ປາກິດສະຖານສະເໜີເຈລະຈາກັບອາບການິດສະຖານກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງເຂດຊາຍແດນ

(VOVWORLD) -ວັນທີ 13 ສິງຫາ, ປາກິດສະຖານ ໄດ້ສະເໜີດຳເນີນການເຈລະຈາກັບປະເທດຖານບ້ານໃກ້ເຮືອນຄຽງ ອາບການິດສະຖານ ກ່ຽວກັບບັນດາດບັນຫາທີ່ກ່ຽວຂ້ອງເຖິງເຂດຊາຍແດນ.

ປາກິດສະຖານສະເໜີເຈລະຈາກັບອາບການິດສະຖານກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງເຂດຊາຍແດນ - ảnh 1 ກຳແພງຢູ່ລຽບຕາມເສັ້ນຊາຍແດນກັບ ອາບການິດສະຖານ

(ພາບ: Reuters)

ທ່ານ Zahid Hafeez Chaudhri, ໂຄສົກກະຊວງການຕ່າງປະເທດປາກິດສະຖານ ຢືນຢັນວ່າ, ເລື່ອງປະເທດນີ້ສ້າງກຳແພງຢູ່ລຽບຕາມເສັ້ນຊາຍແດນກັບ ອາບການິດສະຖານ ແມ່ນເພື່ອແນໃສ່ຮັບມືກັບບັນດາຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງທີ່ຮ້າຍແຮງແມ່ນເໝາະສົມກັບບັນດາຫຼັກການຂອງກົດໝາຍສາກົນ, ບໍ່ລະເມີດຜືນແຜ່ນດິນຂອງ ອາບການິດສະຖານ. ທ່ານ Chaudhri, ກໍ່ຢືນຢັນຄືນໃໝ່ເລື່ອງ Islamabad ເຄົາລົບຜືນແຜ່ນດິນອັນຄົບຖ້ວນຂອງ ອາບການິດສະຖານ ແລະ ຮັກສາການພົວພັນກັບຖານບ້ານໃກ້ເຮືອນຄຽງໃຫ້ຖືກຕ້ອງຕາມບັນດາຫຼັກການຂອງກົດບັດສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ