ປາແລດສະຕີນກ່າວເຕືອນອາດຈະຢຸດຕິການເປັນພັນທະມິດກັບຮາມາດ
ທ່ານປະທານາທິບໍດີ ປາແລດສະຕີນ Mahmud Abbas
(ພາບ: vtv.vn)
(vovworld) – ວັນທີ 7/9, ທ່ານປະທານາທິບໍດີ ປາແລດສະຕີນ Mahmud Abbas ກ່າວເຕືອນອາດຈະຢຸດຕິຂໍ້ຕົກລົງພັນທະມິດກັບຂະບວນການ ອິດສະລາມ ຮາມາດ ຖ້າຫາກຂະບວນການນີ້ບໍ່ອະນຸຍາດໃຫ້ລັດຖະບານເຄື່ອນໄຫວຢ່າງຄົບຖ້ວນຢູ່ເຂດ ກາຊາ. ຕາມຂໍ້ຕົກລົງໄກ່ເກ່ຍປອງດອງທີ່ໄດ້ຮັບການລົງນາມໃນເດືອນ 4 ຜ່ານມາ, ບັນດາຝ່າຍ ຢູ່ ປາແລດສະຕີນ ເຫັນດີເປັນເອກະສັນສ້າງຕັ້ງລັດຖະບານເອກະພາບຊົນຊາດ, ຢຸດຕິ 7 ປີແຫ່ງການແບ່ງແຍກກັນລະຫວ່າງຂະບວນການ Fatah ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ຂະບວນການ ຮາມາດ ຢູ່ເຂດ ກາຊາ. ຄະນະລັດຖະບານໃໝ່, ມີສຳນັກງານຕັ້ງຢູ່ Ramallad ໄດ້, ສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 2/6, ພາຍຫຼັງລັດຖະບານ ຮາມາດຢູ່ເຂດ ກາຊາ ລາອອກຈາກຕຳແໜ່ງ. ເຖິງຢ່າງໃດກໍ່ຕາມ, ຮາມາດ ຍັງແມ່ນກຳລັງກຳສິດອຳນາດຕົ້ນຕໍຢູ່ເຂດກາຊາ.