ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ໃນ​ການ​ຜະ​ລິດກ​ະ​ສິ​ກຳ, ເພີ່ມ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ

(VOVWORLD) -       ໃນເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ມີຫຼາຍເນື້ອໃນໄດ້ເຕື້ອງເຖິງມາດຕະການພັດທະນາກະສິກຳ, ຊາວກະສິກອນ, ຊົນນະບົດໃນໄລຍະຍູ້ແຮງການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. 
ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ໃນ​ການ​ຜະ​ລິດກ​ະ​ສິ​ກຳ, ເພີ່ມ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ - ảnh 1ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິນຮວານ (ພາບ: dangcongsan.vn)

ຕາມທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິນຮວານ ແລ້ວ, ໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງນຳເສດຖະກິດຮ່ວມມື, ເສດຖະກິດລວມໝູ່, ເຊິ່ງແກ່ນສານ ແມ່ນສະຫະກອນ ຢູ່ໃນທີ່ຕັ້ງທີ່ເໝາະສົມກັບວິວັດການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່. ຖືນີ້ແມ່ນວິທີໜຶ່ງເພື່ອໃຫ້ຂະແໜງກະສິກຳ ຫວຽດນາມ ລົບລ້າງຮູບແບບການຜະລິດແບບກະແຈກກະຈາຍຄືໃນໄລຍະຜ່ານມາ. ທ່ານ ເລມິນຮວານ ກ່າວວ່າ:

        “ວຽກງານທີ່ພວກເຮົາຕ້ອງເຮັດແມ່ນຮ່ວມມື ແລະ ຮ່ວມສຳພັນ. ຕະຫຼາດຈະມີການດັດປັບຄືນການຜະລິດ, ຂອບຂະໜາດ, ມາດຕະຖານທາງດ້ານເຕັກນິກ…. ນັ້ນກໍແມ່ນບັນດາເນື້ອໃນ ເຊິ່ງໃນເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ໄດ້ວາງອອກ.”

        ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ກຳນົດຢ່າງຈະແຈ້ງວ່າ ຈະມຸ່ງໄປເຖິງການກະເສດປອດສານພິດ, ການກະເສດອົງຄະທາດ, ການກະເສດຍືນຍົງ ແລະ ໝູນວຽນ. ເພື່ອຜັນຂະຫຍາຍໄດ້ການກຳນົດທິດດັ່ງກ່າວ, ທ່ານຮອງລັດຖະມົນຕີ ເລມິນຮວານ ໃຫ້ຮູ້ວ່າ:

        “ຂະແໜງກະສິກຳນົດວ່າ ຈະບໍ່ອາດຍ້ອນການເຕີບໂຕ ເພື່ອເຮັດໃຫ້ຂາດຄວາມດຸ່ນດ່ຽງໃນລະບົບຊີວະພາບ ຫຼື ເຮັດໃຫ້ຊີວະນາໆພັນຖືກຫຼຸດໜ້ອຍຖອຍລົງ, ຊ້ຳບໍ່ໜຳ ແມ່ນເຮັດໃຫ້ເສຍຊື່ສຽງ, ເສຍເຄື່ອງໝາຍການຄ້າຂອງຜະລິດຕະພັນກະເສດ ຫວຽດນາມ ອີກດ້ວຍ”

        ທ່ານກໍຖືວ່າ, ໃນວິວັດການຫັນປ່ຽນເປັນການກະເສດຊີວະພາບ, ຫວຽດນາມ ຈະຄັດເລືອກ ແລະ ຖອດຖອນບົດຮຽນໃນການພັດທະນາກະສິກຳຂອງບັນດາປະເທດຄື ຍີ່ປຸ່ນ, ສ.ເກົາຫຼີ, ອິດສະຣາແອັນ, ໄທ…ຕື່ມອີກ. 

ຕອບກັບ

ຂ່າວ/ບົດ​ອື່ນ