ຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນວັນທີ 05 ກັນຍາ ກວ່າ 21.000 ຄົນ

(VOVWORLD) -ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ 257.439.574 ໂດສ.

ແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ໃນວັນທີ 05 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 2.161 ຄົນ. ນັບແຕ່ເມື່ອເກີດໂລກລະບາດໂຄວິດ -19 ມາຮອດປະຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 11.421.055 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນເກືອບ 21.000 ຄົນ ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຂຶ້ນເຖິງ 10.232.281 ຄົນ.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ 257.439.574 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ