ຜູ້ຕາງໜ້າສະຫະພັນໃຫຍ່ກຳມະບານ ຫວຽດນາມເຮັດວຽກ ຢູ່ລາວ

ຜູ້ຕາງໜ້າສະຫະພັນໃຫຍ່ກຳມະບານ ຫວຽດນາມເຮັດວຽກ ຢູ່ລາວ - ảnh 1
(ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2013-2018​)

(vovworld) – ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 24-25/9, ຕອນ​ເຊົ້າ​ວັນ​ທີ 25/9, ຄະນະ​ຜູ້​ແທນ ສະຫະພັນ​ໃຫຍ່​ກຳມະບານ​ຫວຽດນາມ, ​ໂດຍທ່ານ​ນາງ​ຮອງ​ປະທານ ຫງວຽນ​ທິທູ​ຮົ່ງ ນຳ​ໜ້າ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ. ສອງ​ຝ່າຍ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື ພ້ອມ​ກັນ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ອົງການ​ກຳມະບານ​ເວົ້າ​ສະ​ເພາະ ​ແລະ ສອງ​ປະ​ເທດ​ເວົ້າ​ລວມ. ​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2013-2018 ​ໃນ​ນັ້ນ​ມີ​ການ​ບຳລຸງ​ສ້າງ​ໄລຍະ​ຍາວ, ​ໄລຍະ​ສັ້ນ, ​ແລະ ​ເຝິກອົບຮົມ​ໃຫ້​ແກ່​ພະນັກງານ​ກຳມະບານ​ລາວ; ສ້າງ​ເງື່ອນ​ໄຂ ​ແລະ ຊຸກຍູ້​ກຳມະບານ​ຂະ​ແໜງ ​ແລະ ທ້ອງ​ຖີ່​ນຕ່າງໆ​ຂອງ​ສອງ​ປະ​ເທດ ​ເພີ່ມ​ທະວີ​ການ​ພັດທະນາ​ສາຍ​ພົວພັນ, ສົມທົບ​ກັນ​ແບ່ງປັນ​ຂໍ້​ມູນ ​ແລະ ໜູນ​ຊ່ວຍ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະສາກົນ, ປະກອບສ່ວນ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ.

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ