ຜູ້ທີ່ປຶກສາຂັ້ນສູງກະຊວງການຕ່າງປະເທດອາເມລິກາThomasShannon ຢ້ຽມຢາມຫວຽດນາມ

ຜູ້ທີ່ປຶກສາຂັ້ນສູງກະຊວງການຕ່າງປະເທດອາເມລິກາThomasShannon ຢ້ຽມຢາມຫວຽດນາມ - ảnh 1
ທ່ານ Thomas Shannon ແລະ ທ່ານ ຟ້າມກວາງງີ້
(ພາບ: KT& ĐT)

(vovworld) – ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 10 – 13/10, ຜູ້​ທີ່​ປຶ​ກ​ສາ​ຂັ້ນ​ສ​ູງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ທ່ານ Thomas Shannon ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ ຟ້າມກວາງງີ້, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ, ເຮັດ​ວຽກ​ກັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮ່າ​ກິມງອກ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ​້ອມ ຫງວຽນ​ທ໋າຍ​ລາຍ ແລະ ທ່ານ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ເວືອງ​ເທື່ອ​ຟອງ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, 2 ຝ່າຍ​ປຶກ​ສາ​ຫາ​ລື​ຢ່າງ​ເປີ​ດ​ເຜີຍ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ 2 ຝ່າຍ ແລະ ພາ​ກ​ພື້ນ. 2 ຝ່າຍ​ຖື​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ປີ 2015 ເມື່ອ 2 ປະ​ເທດ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ, ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ, ໃນ​ນັ້ນ, ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຊຸກ​ຍູ​້​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ, ການ​ສຶກ​ສາ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ຈຳ​ນວນ​ໜຶ່ງທີ່​ມີ​ຄວາມ​ໝາຍ​ຢູ່​ທັງ 2 ປະ​ເທດ. 2 ຝ່າຍກໍ່​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ພາກ​ພື້ນ​ທີ່​ຕ່າງ​ຝ່​າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.



ຂ່າວ/ບົດ​ອື່ນ