ຜັນ​ຂະ​ຫຍາຍ​ການ​ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ 13 ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ

(VOVWORLD) -ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ ເລຂານຸການໃຫ່ຍສະພາທິດສະດີສູນກາງ, ກຳມະການປະຈຳໜ່ວຍບັນນາທິການເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເປັນຜູ້ບັນລະຍາຍການໂອ້ລົມທີ່ມີຫົວເລື່ອງ “ຈຸດສຸມໂຄສະນາກ່ຽວກັບມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ”
ຜັນ​ຂະ​ຫຍາຍ​ການ​ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ 13 ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ - ảnh 1ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ (ພາບ: vov5)

    ເພື່ອປະກອບສ່ວນໂຄສະນາມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເຂົ້າສູ່ຊີວິດ, ຕອນເຊົ້າວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ອົງຄະນະພັກພະແນກຂ່າວ ສົມທົບກັບອົງຄະນະພັກພະແນກກະຈາຍສຽງພາສາຕ່າງປະເທດ-ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດການໂອ້ລົມທີ່ມີຫົວເລື່ອງ “ຈຸດສຸມໂຄສະນາກ່ຽວກັບມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ” ໂດຍທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ ເລຂານຸການໃຫ່ຍສະພາທິດສະດີສູນກາງ, ກຳມະການປະຈຳໜ່ວຍບັນນາທິການເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເປັນຜູ້ບັນລະຍາຍ.

  ເມື່ອໃຫ້ຂໍ້ມູນກ່ຽວກັບບັນດາຈຸດໃໝ່ ໃນເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ, ບັນດາຂີດໝາຍພົ້ນເດັ່ນ; ບັນດາທັດສະນະຊີ້ນຳຂອງພັກ, ເປົ້າໝາຍ, ການກຳນົດທິດ ແລະ ບັນດາຂອດບຸກທະລຸຍຸດທະສາດ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ ເນັ້ນໜັກວ່າ: ເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ ສືບຕໍ່ຢັ້ງຢືນ, ກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໄສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ; ປັງປຸງ, ເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບອບສັງຄົມນິຍົມ, ປຸກລຸກຄວາມມຸ່ງຫວັງພັດທະນາປະເທດຊາດຢ່າງວັດທະນະຖາວອນ, ຜາສຸກ, ເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ສົມທົບກັບກຳລັງຍຸກສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ