(vovworld) - ຜັນຂະຫຍາຍບັນດາໂຄງການ,ຍຸດທະສາດພັດທະນາຊັບພະຍາກອນ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ ແມ່ນຈຸດໝາຍທີ່ໄດ້ວາງອອກໃນແຜນການ 6 ເດືອນ ທ້າຍປີຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ, ໃນກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍແຜນການ 6 ເດືອນທ້າຍປີ 2013, ເຊິ່ງໄດ້ຈັດຂຶ້ນຢູ່ຮ່າໂນ້ຍໃນວັນທີ 10/07. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫງວຽນມິນກວາງ ເນັ້ນໜັກວ່າ: ເພື່ອຍູ້ແຮງການຜັນຂະຫຍາຍປະຕິບັດບັນດາມະຕິກ່ຽວກັບການສືບຕໍ່ປ່ຽນໃໝ່ນະໂຍບາຍກົດໝາຍກ່ຽວກັບທີ່ດິນໃນໄລຍະຍູ້ແຮງກິດຈະການປ່ຽນໃໝ່ຢ່າງຮອບດ້ານ, ສ້າງພື້ນຖານຮອດປີ 2020 ຫວຽດນາມ ກາຍເປັນປະເທດອຸດສາຫະກຳ ທັນສະໄໝໂດຍພື້ນຖານ, ນີ້ແມ່ນໜ້າທີ່ສຳຄັນຂອງທົ່ວຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ. ທ່ານລັດຖະມົນຕີ ຫງວຽນມິນກວາງ ສະເໜີວ່າ ໃນ 6 ເດືອນທ້າຍປີ, ບັນດາຫົວໜ່ວຍສັງກັດກະຊວງ ຕ້ອງຊຸສຸມໃສ່ໂຄງການເຄື່ອນໄຫວຂອງລັດຖະບານ ກ່ຽວກັບການເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນສິ່ງແວດລ້ອມ ແລະ ປົກປັກຮັກສາສິ່ງແວດລ້ອມ, ບັນດາແຜນການ, ໂຄງການເຊິ່ງລັດຖະບານມອບໝາຍໃຫ້, ສ້າງການຫັນປ່ຽນໃນ 7 ຂົງເຂດເຊິ່ງກະຊວງຄຸ້ມຄອງໂດຍກົງຢ່າງຕັ້ງໜ້າ.