ຜັນຂະຫຍາຍວຽກງານສື່ຂ່າວຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ເກາະ ປີ 2013

ຜັນຂະຫຍາຍວຽກງານສື່ຂ່າວຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ເກາະ ປີ 2013 - ảnh 1
ກອງ​ປະຊຸມສະຫຼຸບ​ວຽກ​ງານ​ສື່ຂ່າວ​ຕ່າງປະ​ເທດ, ​ໂຄສະນາກ່ຽວ​ກັບ​ທະ​ເລ, ​ເກາະ ​ແລະ ຂີດ​ເສັນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທົ່ວ​ປະ​ເທດ​ປີ 2012, ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013
(ພາບ: ອິນເຕີແນດ)

(vovworld) – ວັນ​ທີ 18/3, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມສະຫຼຸບ​ວຽກ​ງານ​ສື່ຂ່າວ​ຕ່າງປະ​ເທດ, ​ໂຄສະນາກ່ຽວ​ກັບ​ທະ​ເລ, ​ເກາະ ​ແລະ ຂີດ​ເສັນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທົ່ວ​ປະ​ເທດ​ປີ 2012, ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮວີ​ງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ເນັ້ນ​ໜັກ​​​ເຖິງ 4 ບັນຫາ​ຄວນ​ສຸ​ມ​ໃສ່​ຜັນ​ຂະຫຍາຍ​ໃນ​ປີ 2013, ​ໃນ​ນັ້ນ, ໜ້າ​ທີ່​ຕົ້ນ​ຕໍ່​ແມ່ນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ, ຄວາມ​ໝາຍ​ສຳຄັນ​ຂອງ​ວຽກ​ງານ​ສື່​ຂ່າວ, ​ໂຄສະນາກ່ຽວ​ກັບ​ທະ​ເລ, ​ເກາະ ​ແລະ ຂີດ​ເສັນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ. ຄຽງ​ຂ້າງ​ນັ້ນ, ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ກໍ່​ໄດ້​ຮັບ​ການ​ປ່ຽນ​ໃໝ່​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ, ບັນຫາ​ພາກ​ພື້ນ ​ແລະ ສາກົນ. ກ່ອນ​ອື່ນ​ໝົດ​ແມ່ນ​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ທີ່​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ, ສັງຄົມ, ການ​ພົວພັນ​ພາຍ​ໃນ, ການ​ຕ່າງປະ​ເທດ​ແລະ ບັນຫາ​ສຳຄັນ​ອື່ນໆ. ທ່ານ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ດິງ​ເທ໋ຮວີ​ງ, ກໍ່​ເນັ້ນ​ໜັກ​ເຖິງ​ວຽກ​ງານ​ກຳ​​ແໜ້ນ​ສະພາບ​ການ, ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ຄາດ​ຄະ​ເນ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຕໍ່ສູ້, ຄັດຄ້ານ​ບັນດາ​ຂໍ້​ມູນ​ທີ່​ຜິດພາດ, ກໍ່​ຄື​ຖ້ອຍ​ທຳນອງ​ເສັກ​ສັນ​ປັ້ນ​ແຕ່ງ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປະກອບສ່ວນ​ສ້າງ​ສະຖຽນ​ລະ​ພາບ, ຄວາມ​ເປັນ​ເອກະ​ພາບ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວຽກ​ງານ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ