ຜູ້ມີສິດເລືອກຕັ້ງທົ່ວປະເທດ98,77%ເຂົ້າຮ່ວມການປ່ອນບັດເລືອກຕັ້ງສສຊແລະສະມາຊິກສະພາປະຊາຊົນ

ຜູ້ມີສິດເລືອກຕັ້ງທົ່ວປະເທດ98,77%ເຂົ້າຮ່ວມການປ່ອນບັດເລືອກຕັ້ງສສຊແລະສະມາຊິກສະພາປະຊາຊົນ - ảnh 1
ຜູູ້ມີສິດເລືອກຕັ້ງຢູ່ ບ້ານ Kon Tum Knam, ແຂວງ Kon Tum

(vovworld) –  ຕາມ​ທ່ານ ຫງວຽນ​ແຫ້ງ​ຟຸກ, ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຫ້ອງການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລ້ວ, ຮອດ​ເວລາ 22 ​ໂມງ 20 ນາທີ​ຂອງ​ວັນ​ທີ 22/5, ​ໃນ​ທົ່ວ​ປະ​ເທດ​ມີຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ 98,77% ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ສະມາຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນອາຍຸ​ການ 2016 – 2021. ຢູ່​ຫຼາຍ​ແຂວງ, ນະຄອນ​ມີ​ອັດຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສູງ, ​ແມ່ນກ່ວາ 90%. ​ໃນ​ນັ້ນ​ມີ​ແຂວງ ​ເທື່ອ​ທຽນ ​ເຫວ້ ​ແລະ ​ອຽນ​ບ໋າ​ຍ ​ແມ່ນ 2 ​ແຂວງ​ທີ່ບັນ​ລຸ​ອັດຕາ​ສູງ​ສຸດ​ແມ່ນ 99,99%.

        ​ເມື່ອ​ແລກປ່ຽນ​ກັບ​ສື່​ມວນ​ຊົນ, ທ່ານ ຫງວຽນ​ແຫ້ງ​ຟຸກ, ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຫ້ອງການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຢັ້ງຢືນ​ວ່າ: ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ປອດ​ໄພ​ທີ່​ສຸດ. ​ເລື່ອງ​ເປີດ​ຫີບ​ບັດ ​ແລະ ​ເລື່ອງກວດ ​ແລະ ນັບ​ບັດ​ລ້ວນ​ແຕ່​ມີການ​ຕິດຕາມ​ກວດກາ​ຈາກ​ຜູ້​ມີ​ສິດ​ເລ​ືອກຕັ້ງ, ສື່​ມວນ​ຊົນ… ຢ່າງ​​ເປີດ​ເຜີຍ, ກະຈ່າງ​ແຈ້ງ, ລະອຽດ. ການ​ສະຫລຸບ​ໃນ​ເບື້ອງ​ຕົ້ນ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ສະ​ແດງ​ໃຫ້​ເຫັນ​ວ່າ: ຫຼາຍ​ທ້ອງ​ຖິ່ນ​ໄດ້​ປະຕິບັດ​ວຽກ​ງານ​ໂຄສະນາ​ເຜີຍ​​ແຜ່, ພິ​ເສດ​ແມ່ນ​ການ​ໂຄສະນາ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ສສຊ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ເຖິງ​ມະຫາ​ຊົນແມ່ນ​ດີທີ່​ສຸດ.

 


ຂ່າວ/ບົດ​ອື່ນ