ຜູ້ມີສິດເລືອກຕັ້ງທົ່ວປະເທດໄວ້ວາງໃຈຕໍ່ສະພາແຫ່ງຊາດຊຸດທີ14

ຜູ້ມີສິດເລືອກຕັ້ງທົ່ວປະເທດໄວ້ວາງໃຈຕໍ່ສະພາແຫ່ງຊາດຊຸດທີ14 - ảnh 1
(ພາບປະກອບ)

(vovworld) - ​ ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 20/07 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ, ສ້າງປະຖົມ​ປັດ​ໃຈ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ອາຍຸ​ການ. ​ເຫດການ​ການ​ເມືອງ​ສຳຄັນ​ນີ້ ​ໄດ້​ດຶງ​ດູດ​ຄວາມ​ສົ​ນ​ໃຈ​ຈາກ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ຜູ້​ມີ​ສິດ​ເລືອກ​ຕັ້ງ ຟ້າ​ມຊວນ​ຕ່ວານ ​ເມືອງ ​ເຈີ໋ນອຽນ ​ແຂວງ ອຽນ​ບ໋າ​ຍ ສະ​ແດງ​ຄວາມ​ເຫັນ​ວ່າ:

        “​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ, ຂ້າພະ​ເຂົ້າ​ຫວັງ​ວ່າ ສະພາ​ແຫ່ງ​ຊາດ​​ເລືອກ​ຕັ້ງ​ໄດ້​ບັນດາ​ການ​ນຳ​ຫຼັກ​ແຫຼ່ງ​​ ​ເພື່ອ​ຊີ້​ນຳ​ນຳພາ​ປະ​ເທດ​ຊາດ ສະພາ​ແຫ່ງ​ຊາດ​ຈະ​ເລືອກ​ເຟັ້ນບັນດາ​ຜູ້ມີ​ຄຸນສົມ​ບັດ ​ແລະ ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ເພື່​ອຮັບ​ໃຊ້​ພາລະກິດ​ສ້າງສາປະ​ເທດ​ຊາດ ​ແລະ ຮັບ​ໃຊ້​ປະຊາຊົນ​​ໃຫ້ດີ​ກ່ວາ. ຫວັງ​ວ່າ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຈະ​ປະກອບ​ສ່ວນ​ສ້າງ​ສາປະ​ເທດ​ຊາດ​ໃນ​ໄລຍະ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ, ພິ​ເສດ​ແມ່ນ​ຮັກສາ​ໄດ້​ຜືນ​ແຜນ​ດິນ​ໃຫ້​ໄດ້​ຢ່າງ​ໝັ້ນຄົງ ​ເພື່ອ​ໃຫ້​ປະຊາຊົນອຸ່ນ​ອ່ຽນ​ໃຈ​ພັດທະນາ​ເສດຖະກິດ. ສະ​ເພາະ​ນະ​ໂຍບາຍ​ຮັບປະກັນ​ຊີ​ວິດ​ສັງຄົມ ຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ກ່ວາ ​ໂດຍ​ສະ​ເພາະ​ແມ່ນນະ​ໂຍບາຍ​ກັບ​ຜູ້​ມີ​ຄຸນງາມຄວາມດີ, ຜູ້​ເຖົ້າ, ຜູ້​ຢູ່​ໂດດ​ດ່ຽວ ກໍ່​ຄືບັນດາ​ນະ​ໂຍບາຍ​ໃຫ້​ຄົນ​ພິການ.

        ​ເມື່ອ​ຮັບ​ຟັງ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ​ ທີ່​ວາລະ​​ໄຂ, ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໂງ​ຈີ໋ລອງ ​ເມືອງ ​ເກົ່າ​ໄຢ ຮ່າ​ໂນ້ຍ ກໍ່​ດີ​ໃຈ​ທີ່​ສຸດ​ຕໍ່​ບັນດາ​ຄວາມ​ຮຽກຮ້ອງ​ເຊິ່ງທ່ານ​ເລຂາທິການ​ໃຫຍ່​​ໄດ້ວາງ​ອອກ. ນັ້ນ​ກໍ່​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໂງ​ຈີ໋ລອງ ​ເວົ້າ​ວ່າ:

        “ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ນິຕິບັນຍັດ, ສ​້າງລະບອບ​ການ, ປະກາດ​ໃຊ້​ກົດໝາຍ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຫວັງ​ວ່າ: ກົດໝາຍ​ປະກາດ​ໃຊ້​ຕ້ອງ​ກ້າວເຂົ້າ​ສູ່​ການ​ດຳລົງຊີວິດ​. ອີກ​ບັນຫາ​ໜຶ່ງນັ້ນ​ແມ່ນ ​ໃນ​ອົງການ​ນິຕິບັນຍັດ​ຕ້ອງ​ປະກາດ​ໃຊ້ລະບອບ ​ເພື່ອ​ຫລີກ​ລ້ຽງ​ຜົນ​ປະ​ໂຫຍດກຸ່ມ ​ທີ່ກໍ່ຄວາມ​ເສຍ​ຫາຍ​ໃຫ້​ລັດ, ສັງຄົມ ​ແລະ ປະຊາຊົນ. ​ຄວາມມຸ່ງ​ຫວັງ​ໜຶ່ງອີກ​ ນັ້ນ ແມ່ນຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ຂ້ຽວຂາດ, ປະຕິບັດ​ບົກ​ບາດ​ຂອງ​ຕົນ​ໃນ​ທຸກ​ຂົງ​ເຂດ​ເປັນ​ຢ່າງ​ດີ, ຕິດຕາມ​ກວດກາ​​ຕ້ານການ​ສໍ້​ລາດ​ບັງ​ຫລວງ, ຕິດຕາ​ມກວດກາ​ໃນ​ຂົງ​ເຂດລົງທຶນ, ການຈັດ​ຕັ້ງ​ພະນັກງານ…

ຂ່າວ/ບົດ​ອື່ນ