ຜູ້​ມີສິດ​ເລືອກ​ຕັ້ງ​ເຂດ​ຊາຍ​ແດນກວ໋າງນາມ ແລະ ເມືອງ​ເກາະ​ເຈື່ອງ​ຊາ ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

(VOVWORLD) -ໃນຕອນເຊົ້າວັນທີ 16 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ 2 ເມືອງເກາະ ຊິງໂຕນ, ຊອງຕືໄຕ ແລະ ເທດສະບານ ເຈື່ອງຊາ ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ
ຜູ້​ມີສິດ​ເລືອກ​ຕັ້ງ​ເຂດ​ຊາຍ​ແດນກວ໋າງນາມ ແລະ ເມືອງ​ເກາະ​ເຈື່ອງ​ຊາ ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ - ảnh 1ຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ (ພາບ: baoquangnam.vn)

ຕາມມະຕິຂອງສະພາເລືອກຕັ້ງແຫ່ງຊາດ, ວັນທີ 16 ພຶດສະພາ, ຜູ້ມີສິດເລືອກຕັ້ງ 6 ຕາແສງເຂດຊາຍແດນຂອງເມືອງ ນາມຢາງ, ແຂວງກ໋ວາງນາມ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງກ່ອນເວລາກຳນົດ, ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ບັນດາສະຖານທີ່ເລືອກຕັ້ງໄດ້ຈັດສົ່ງກຳລັງສົມທົບກັບຕຳຫຼວດ, ທະຫານປ້ອງກັນຊາຍແດນເພື່ອແນໃສ່ຮັບປະກັນຄວາມປອດໄພ ໃນນັ້ນ, ມີຄວາມເອົາໃຈໃສ່ເປັນພິເສດເຖິງການວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ທ່ານເລວັນຢຸງ, ຮອງເລຂາຄະນະພັກແຂວງກ໋ວາງນາມ, ຮອງປະທານຄະນະກຳມະການເລືອກຕັ້ງແຂວງ ກ໋ວາງນາມໃຫ້ຮູ້ວ່າ ວຽກນາມເລືອກຕັ້ງຢູ່ຕາແສງ La De, ເມືອງ ນາມຢາງ ໄດ້ດຳເນີນຢ່າງຖືກຕ້ອງຕາມຄວາມຄືບໜ້າ ແລະ ຂໍ້ກຳນົດຂອງຫ້ອງການປ່ອນບັດ ເລືອກຕັ້ງ ແຕ່ຍັງຮັບປະກັນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19. ຕາມການລາຍງານເບື້ອງຕົ້ນ, ໃນຕອນເຊົ້າວັນທີ 16 ພຶດສະພາ, ມີຜູ້ມີສິດເລືອກຕັ້ງທັງໝົດ 4.800 ຄົນ ຢູ່ 6 ຕາແສງ ຢູ່ເມືອງ ນາມຢາງ ໄປປ່ອນບັດເລືອກຕັ້ງ ກ່ອນເວລາກຳນົດ, ບັນລຸອັດຕາ 100% ຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ.

ແລະກໍ່ໃນຕອນເຊົ້າວັນທີ 16 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ 2 ເມືອງເກາະ ຊິງໂຕນ, ຊອງຕືໄຕ ແລະ ເທດສະບານ ເຈື່ອງຊາ ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ

ຕອບກັບ

ຂ່າວ/ບົດ​ອື່ນ