ຜູ້ມີສິດເລືອກຕັ້ງແຂວງເຊີນລາມີຄວາມຫວັງຕໍ່ກອງປະຊຸມສະໄໝສາມັນເທື່ອທີ11ສະພາແຫ່ງຊາດຊຸດທີ13

ຜູ້ມີສິດເລືອກຕັ້ງແຂວງເຊີນລາມີຄວາມຫວັງຕໍ່ກອງປະຊຸມສະໄໝສາມັນເທື່ອທີ11ສະພາແຫ່ງຊາດຊຸດທີ13 - ảnh 1
(ພາບປະກອບ)

(vovworld) - ຕາມ​ລາຍການ​​ເຮັດ​ວຽກ​ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ອາທິດ​ນີ້, ​ເລີ່​ມຕົ້ນ​ການ​ເລືອກ​ຕັ້ງ​ບັນດາຕຳ​ແໜ່ງຫຼັກ​ແຫຼ່ງຄື: ປະທານ​ປະ​ເທດ, ປະທານ​ສະພາ​ແຫ່ງ​ຊາດ, ນາຍົກ​ລັດຖະມົນຕີ. ນີ້​ແມ່ນ​ບັນຫາ​ທີ່ໄຜູ້​ມີ​ສິດ​ເລືອກ​ຕັ້ງ​​ເປັນຈຳນວນ​ຫລວງຫລາຍມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ສະ​ແດງ​ຄວາມມຸ່ງ​ຫວັງ​ຕໍ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້ດຳລົງ​ຕຳ​ແໜ່​ງດັ່ງກ່າວ. ທ່ານ ​ເກີ່​ມຈີ໋ກຽນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄ​ອນ ​ເຊີນ​ລາ ​ໃຫ້​ຮູ້ວ່າ:

        “ນີ້​ແມ່ນ​ບັນ​ຫາ​ໃໝ່ ​ເພາະວ່າ​ ​ໃນສະພາ​ແຫ່ງ​ຊາດບັນດາ​ຊຸດ​ກ່ອນ ​​ແມ່ນຕ້ອງ​ເຖິງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 1 ຈຶ່ງ​ເລືອກ​ຕັ້ງບັນດາ​ຕຳ​ແໜ່​ງ​ຫຼັກ​ແຫຼ່ງນີ້ ​ແຕ່​​ໃນ​ຄັ້ງ​ນີ້ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​​ເທື່ອ​ສຸດ​ທ້າຍ ​ໄດ້​ເລືອກ​ຕັ້ງ​ບັນດາ​ຕຳ​ແ​ໜ່ງ​ຫຼັກ​ແຫຼ່ງ​ແລ້ວ. ຂ້າພະ​ເຈົ້າ​ມີ​ຄວາມ​ມຸ່ງຫວັງ ​ແລະ ​ເຊື່ອ​ໝັ້ນ​ວ່າ ຈະ​ເລືອກ​ຕັ້ງ​ບັນດາ​ຕຳ​ແໜ່​ງ​ຫຼັກ​ແຫຼ່ງ​ແມ່ນ​ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ​, ນາຍົກລັດຖະມົນຕີ​ໄດ້ ຮັບປະກັນ​ດ້ານຄຸນ​ນະພາ​ບຖືກ​ຕ້ອງຕາມ​ຄວາມ​ຮຽກ​ຮ້ອງ​ໃນ​ໄລຍະ​ປະຈຸ​ບັນ”.

        ສ່ວນ​ປ້າ ກາ​ທິຖວາ ນະຄອນ​ ເຊີນ​ລາ ປາດ​ຖະໜາ​ວ່າ:

        “ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ: ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ ບັນດາ​ຜູ້​ທີ່ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາຊົນ​ ຕ້ອງ​ພະຍາຍາມ​ສະຫງວນ​ເວລາ​ລົງ​ຮາກ​ຖານ​ຫລາຍ​ກ່ວາ, ພົບ​ປະ​ກັບ​ປະຊາຊົນ​ຫລາຍ​ກ່ວາ ​ແລະ ສຸມ​ໃສ່​ແກ້​ໄຂ​ບັນດາ​​ສິ່ງ​ທີ່​ຍົງ​ຄົງ​ຄ້າງ​ຂອງ​ປະຊາຊົນ”.

ຂ່າວ/ບົດ​ອື່ນ