ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14

ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 20/5, ຢູ່ ຮ່າ​ໂນ້ຍ, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016-2021 ​ເຊິ່ງຈະ​ດຳ​ເນີນ​ໃນ​ວັນ​ອາທິດ, 22/5/2016. ທ່ານ ຫງວຽນ​ແຫ້ງ​ຟຸກ, ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຫ້ອງ​ການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ, ມາ​ຮອດ​ປະຈຸ​ບັນ, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄດ້​ສຳ​ເລັດ​ວຽກ​ງານ​ກະກຽມ​ໂດຍ​ພື້ນຖານ​ແລ້ວ, ຈຳນວນ​ໜ່ວຍ​ເລືອກ​ຕັ້ງ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ແມ່ນ 91.000 ໜ່ວຍ, ດ້ວຍ​ ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ແມ່ນ​ກວ່າ 69 ລ້ານ​ຄົນ. ທ່ານ ຫງວຽນ​ແຫ້ງ​ຟຸກ​ໃສ່​ໃຈ​ວ່າ:

        “ນີ້​ແມ່ນ​ສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ, ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມືອງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຕໍ່​ລັດ ​ແລະ ສັງຄົມ. ດັ່ງ​ນັ້ນ​ຕ້ອງ​ໄປ​ປ່ອນ​ບັດ​ໃຫ້​ຖືກຕ້ອງ​ຕາມ​ສິດ​ພົນລະ​ເມືອງ​ຂອງ​ຕົນ, ບໍ່​ໄດ້​ປ່ອນ​ບັດ​ແທນ​ໃຫ້​ຜູ້​ອື່ນ“.

        ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ໃນ​ວິວັດ​ແຫ່ງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ. ທ່ານ ຫງວຽນ​ແຫ້ງ​ຟຸກ ​ເນັ້ນ​ໜັກ​ວ່າ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເອງ​ຈະ​​ເປັນ​ຜູ້​ຕິດຕາມ​ກວດກາ​ຄຳ​ໝັ້ນ​ສັນຍານີ້, ​ ​​ໂດຍຜ່ານ​ເລື່ອງສະມາຊິກ​ສະພາ​ແຫ່ງ​ຊາດ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ​ເລື່ອງສະມາຊິກ​ສະພາ​ແຫ່ງ​ຊາດລາຍ​ງານ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ.

 

ຂ່າວ/ບົດ​ອື່ນ