ຜູ້ອຳນວຍການໃຫຍ່ IMF: ແງ່ຫວັງເສດຖະກິດທົ່ວໂລກ “ບໍ່ແນ່ນອນ”

(VOVWORLD) - ທ່ານນາງ Georgieva ໃຫ້ຂໍ້ສັງເກດວ່າ ການປະທະກັນຢູ່ ຢູແກຼນ ໄດ້ກໍ່ຄວາມກົດດັ່ນໃຫ້ແກ່ລາຄາສິນຄ້າ, ພະລັງງານຕື່ມອີກ ແລະ ສະພາບການເງິນທົ່ວໂລກຖືກຮັດແໜ້ນກ່ວາການຄາດຄະເນ. ສະພາບການຕິດຂັດຈາກໂລກລະບາດໂຄວິດ - 19 
ຜູ້ອຳນວຍການໃຫຍ່ IMF: ແງ່ຫວັງເສດຖະກິດທົ່ວໂລກ “ບໍ່ແນ່ນອນ” - ảnh 1ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) (ພາບ: AFP/TTXVN)

ວັນທີ 16 ກໍລະກົດ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ໄດ້ຮຽກຮ້ອງໃຫ້ການນຳດ້ານການເງິນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (G20) ຄວນມີການກະທຳທີ່ຮີບດ່ວນເພື່ອຮັບມືກັບສະພາບໄພເງິນເຟີ້, ພ້ອມທັງກ່າວເຕືອນແງ່ຫວັງເສດຖະກິດທົ່ວໂລກ “ບໍ່ແນ່ນອນພິເສດ” ອາດຈະມືດມົວກ່ວາຖ້າຫາກລາຄາສິນຄ້າສືບຕໍ່ເພີ່ມຂຶ້ນສູງ.,

ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 (ຫຼື FMCBG) ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 15 – 16 ກໍລະກົດ, ຢູ່ປະເທດ ອິນໂດເນເຊຍ, ທ່ານນາງ Georgieva ໃຫ້ຂໍ້ສັງເກດວ່າ ການປະທະກັນຢູ່ ຢູແກຼນ ໄດ້ກໍ່ຄວາມກົດດັ່ນໃຫ້ແກ່ລາຄາສິນຄ້າ, ພະລັງງານຕື່ມອີກ ແລະ ສະພາບການເງິນທົ່ວໂລກຖືກຮັດແໜ້ນກ່ວາການຄາດຄະເນ. ສະພາບການຕິດຂັດຈາກໂລກລະບາດໂຄວິດ - 19 ແລະ ບັນດາຄວາມຫຍຸ້ງຍາກໃນລະບອບການສະໜອງ ສືບຕໍ່ກໍ່ຄວາມກົດດັ່ນຕໍ່ການເຄື່ອນໄຫວເສດຖະກິດກ່ວາອີກ. ຕາມນັ້ນແລ້ວ, ກ່ວາ 30% ຂອງພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ພວມພັດທະນາ, ພ້ອມກັບ 60% ປະເທດມີລາຍຮັບຕ່ຳ, ພວມຢູ່ໃນ ຫຼື ໃກ້ກັບລະດັບບໍ່ສາມາດຊຳລະໜີ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ