ຝຣັ່ງ ຮຽກຮ້ອງ ອີຣານ ປ່ອຍຕົວໃຫ້ນັກຮຽນຮູ້ຂອງປະເທດນີ້ 2 ຄົນ

(VOVWORLD) - ວັນທີ 16 ຕຸລາ, ຝຣັ່ງ ສະເໜີໃຫ້ ອີຣານ ປ່ອຍຄວາມອິດສະລະໃຫ້ພົນລະເມືອງ 2 ຄົນ ຂອງປະເທດນີ້ໃນທັນທີ ເຊິ່ງພວມຖືກກັກຂັງຢູ່ໃນຄຸກຂອງ ອີຣານ ນັບແຕ່ເດືອນ ມິຖຸນາ ເປັນຕົ້ນມາ. 

ເຫດການນີ້ ໄດ້ຮັບຖືວ່າ ສາມາດເຮັດໃຫ້ບັນດາຄວາມມານະພະຍາຍາມຂອງຝຣັ່ງ ສັບສົນຂຶ້ນຕື່ມ ໃນການແກ້ໄຂຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ.

ຝຣັ່ງ ຮຽກຮ້ອງ ອີຣານ ປ່ອຍຕົວໃຫ້ນັກຮຽນຮູ້ຂອງປະເທດນີ້ 2 ຄົນ - ảnh 1ນັກຮຽນຮູ້ Roland Marchal ແລະ Fariba Adelkhah (ຊ້າຍ) ພາບ:
franceculture

ກະຊວງການຕ່າງປະເທດ ຝຣັ່ງ ຢືນຢັນວ່າ: ພົນລະເມືອງ Roland Marchal ແມ່ນນັກຮຽນຮູ້ຂັ້ນສູງຢູ່ມະຫາວິທະຍາໄລວິທະຍາສາດ - ການເມືອງ ພວມຖືກກັກຕົວຢູ່ ອີຣານ. ນອກນັ້ນ, ເພື່ອນຮ່ວມງານຂອງທ່ານ Marchal ແມ່ນທ່ານ Fariba Adelkhah ຖືສັນຊາດ ຝຣັ່ງ ແລະ ອີຣານ ກໍ່ຖືກ ອີຣານ ຈັບຕົວນັບແຕ່ເດືອນ ມິຖຸນາ ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ