ຝລັ່ງ ຍັງບໍ່ພ້ອມທີ່ຈະໃຫ້ສັດຕະຍາບັນສັນຍາ FTA ລະຫວ່າງ ອີຢູ - MERCOSUR

(VOVWORLD) -ວັນທີ 02 ກໍລະກົດ, ທ່ານ Sibeth Ndiaye ໂຄສົກຂອງລັດຖະບານຝລ່ັງ ໃຫ້ຮູ້ວ່າ ປະເທດນີ້ຍັງບໍ່ພ້ອມແລ້ວທີ່ຈະໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ທີ່ບັນລຸໄດ້ລະຫວ່່າງ ສະຫະພາບເອີຣົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR) ໃນວັນທີ 28 ມິຖຸນາ ຜ່ານມາ ພາຍຫຼັງດໍາເນີນເຈລະຈາມາເປັນເວລາ 20 ປີ.

        ຂໍ້ຕົກລົງດັ່ງກ່າວ ເຄີຍຖືກຊາວກະສິກອນ ແລະ ບຸກຄົນທີ່ເຄື່ອນໄຫວເພື່ອສິ່ງແວດລ້ອມ ຢູ່ ເອີຣົບ ຖືກຄັດຄ້ານ ດ້ວຍເຫດຜົນທີ່ວ່າ ຂໍ້ຕົກລົງສະບັບດັ່ງກ່າວ ຈະພາໄປເຖິງສະພາບການແກ້ງແຍ້ງບໍ່ຍຸຕິທໍາ ພ້ອມກັບບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງອື່ນໆອີກດ້ວຍ.

        ຢູ່ຝລັ່ງ, ຂໍ້ຕົກລົງດັ່ງກ່າວກໍຖືກບັນດານັກການເມືອງສັງກັັດພັກຝ່າຍຊ້າຍ ແລະ ຝ່າຍຂວາຕໍາໜິຕິຕຽນ  ກໍຄືບາງສະມາຊິກຂອງພັກພື້ນຖານສາທາລະນະກ້າວຂຶ້ນ (REM) ຂອງ ທ່ານປະທານາທິບໍດີ Emmanuel Macron ຕາມແນວທາງນິຍົມຄວາມສະຫງົບ.


ຕອບກັບ

ຂ່າວ/ບົດ​ອື່ນ