ຝລັ່ງກ່າວເຕືອນການພິຈາລະນາຄືນບັນດາຂໍ້ຕົກລົງ 2 ຝ່າຍກັບອັງກິດ

(VOVWORLD) -ຖ້າຫາກເລື່ອງອີງໃສ່ກົດໝາຍໃນຂອບເຂດ ອີຢູ ບໍ່ນຳມາເຊິ່ງປະສິດທິຜົນ, ຝລັ່ງ ຈະ “ນຳບັນຫາດັ່ງກ່າວຢື່ນຕໍ່ສະພາກຳມະການ (ຂໍ້ຕົກລົງ Brexit) ເພື່ອບັງຄັບໃຫ້ຊາວ ອັງກິດ ຮັກສາຄຳເວົ້າ”
ຝລັ່ງກ່າວເຕືອນການພິຈາລະນາຄືນບັນດາຂໍ້ຕົກລົງ 2 ຝ່າຍກັບອັງກິດ - ảnh 1ທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex
(ພາບ: AFP/TTXVN)

ກ່າວຄຳເຫັນທີ່ສະພາແຫ່ງຊາດໃນວັນທີ 05 ຕຸລາ, ທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex ໃຫ້ຮູ້ວ່າ, ໄດ້ຮຽກຮ້ອງໃຫ້ຄະນະກຳມະການເອີລົບ (EC) ມີຫຼັກໝັ້ນທີ່ແຂງກະດ້າງກວ່າຕໍ່ການຂັດແຍ້ງລະຫວ່າງ ຝລັ່ງ ແລະ ອັງກິດ ທີ່ກ່ຽວຂ້ອງເຖິງສິດຫາປາ ເມື່ອຖືວ່າ ອັງກິດ ບໍ່ເຄົາລົບຄຳໝັ້ນສັນຍາໃນບັນຫາດັ່ງກ່າວຕາມຂໍ້ຕົກລົງ Brexit. ທ່ານນາຍົກລັດຖະມົນຕີຝລັ່ງ ຊີ້ແຈ້ງວ່າ ຖ້າຫາກເລື່ອງອີງໃສ່ກົດໝາຍໃນຂອບເຂດ ອີຢູ ບໍ່ນຳມາເຊິ່ງປະສິດທິຜົນ, ຝລັ່ງ ຈະ “ນຳບັນຫາດັ່ງກ່າວຢື່ນຕໍ່ສະພາກຳມະການ (ຂໍ້ຕົກລົງ Brexit) ເພື່ອບັງຄັບໃຫ້ຊາວ ອັງກິດ ຮັກສາຄຳເວົ້າ” ແລະ ຖ້າ ຈຳເປັນຈະພິຈາລະນາຄືນທັງໝົດຂໍ້ຕົກລົງ 2 ຝ່າຍກັບ ອັງກິດ.

        ກ່ອນໜ້ານັ້ນ, ວັນທີ 29 ກັນຍາ, ທ່ານລັດຖະມົນຕີກະຊວງການເດີນເຮືອຢູ່ທະເລ ຝລັ່ງ Annick Girardin ກໍ່ໄດ້ເນັ້ນໜັກເຖິງເລື່ອງ ອັງກິດ ບໍ່ອະນຸມັດຜ່ານໃບອະນຸຍາດຫາປາໃຫ້ແກ່ກ່ຳປັ່ນຫາປາສ່ວນຫຼາຍຂອງ ຝລັ່ງ ວ່າແມ່ນການກະທຳປະຕິເສດການຜັນຂະຫຍາຍຂໍ້ຕົກລົງ Brexit ແລະ ລອນດອນ ບໍ່ຄວນສວຍໃຊ້ເລື່ອງນີ້ເພື່ອຈຸດປະສົງທາງການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ