ຝ່າຍຄ້ານ ຊີຣີ ຢຸດຕິການເຈລະຈາສັນຕິພາບຢູ່ ກາຢັກສະຖານ

(VOVWORLD) - ວັນທີ 3/5, ຝ່າຍຄ້ານ ຊີຣີ ຖະແຫຼງຢຸດຕິການເຂົ້າຮ່ວມເຈລະຈາສັນຕິພາບຄັ້ງຫຼ້າສຸດໂດຍ ລັດເຊຍ, ອີຣານ ແລະ ຕວກກີ ໜູນຫຼັງທີ່ໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ Astana ປະເທດ ກາຢັກສະຖານ ເພື່ອຄັດຄ້ານບັນດາການບຸກໂຈມຕີຕໍ່ໄປຢູ່ປະເທດຖືກສົງຄາມທຳລາຍນີ້. 
ຝ່າຍຄ້ານ ຊີຣີ ຢຸດຕິການເຈລະຈາສັນຕິພາບຢູ່ ກາຢັກສະຖານ - ảnh 1 ການເຈລະຈາຢູ່ Astana ໃນເດືອນ 2/2017

ການໂຈະໄວ້ນີ້ຈະແກ່ຍາວຮອດຈຸດເວລາຢຸດຕິການບຸກໂຈມຕີດ້ວຍປືນໃຫຍ່ໃນທົ່ວເຂດດິນແດນ ຊີຣີ. ຝ່າຍຄ້ານ ຊີຣີ ຍົກອອກຖະແຫຼງການນີ້ໃນຂະນະທີ່ບັນດາການເຈລະຈາຢູ່ Astana ກັບບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ຊີຣີ ຄາດວ່າຈະປຶກສາຫາລືກ່ຽວກັບແຜນການສ້າງຕັ້ງບັນດາ “ເຂດປອດໄພ” ຢູ່ຊີຣີ ໂດຍລັດເຊຍ ສະເໜີ. ຮອບເຈລະຈາຄັ້ງທີ 4 ນີ້ຢູ່ Astana ເລີ່ມດຳເນີນດ້ວຍບັນດາການພົບປະ 2 ຝ່າຍ ແລະ ຄາດວ່າຈະສຸມໃສ່ປຶກສາຫາລືແຜນການຂອງ ລັດເຊຍ ສ້າງຕັ້ງບັນດາ “ເຂດປອດໄພ” ຢູ່ຊີຣີ. ຕາມແຜນຮ່າງສະເໜີແລ້ວ, ລັດເຊຍ ຮຽກຮ້ອງສ້າງຕັ້ງບັນດາ “ເຂດປອດໄພ” ຢູ່ພາກພື້ນໂດຍຝ່າຍຄ້ານຄວບຄຸມຢູ່ແຂວງ Idlib, ສະຖານທີ່ຕ່າງໆຢູ່ແຂວງ Homs ແລະ ເຂດດິນແດນທາງທິດຕາເວັນອອກຢູ່ Ghouta ຂອງຝ່າຍຄ້ານໃກ້ກັບນະຄອນຫຼວງ Damascus. ເປົ້າໝາຍຂອງການສ້າງຕັ້ງບັນດາເຂດນີ້ແມ່ນເພື່ອແນໃສ່ຢຸດຕິສະພາບການໃຊ້ຄວາມຮຸນແຮງໃນທັນທີ ແລະ ສ້າງເງື່ອນໄຂໃຫ້ກັບຄືນສູ່ຄວາມປອດໄພ ແລະ ດ້ວຍຄວາມສະໝັກໃຈຂອງຊາວອົບພະຍົບ, ສ້າງເງື່ອນໄຂໃຫ້ການຂົນສົ່ງສິນຄ້າກູ້ຊ່ວຍ ແລະ ໜູນຊ່ວຍການແພດ.

ຕອບກັບ

ຂ່າວ/ບົດ​ອື່ນ