ຝ່າຍຄ້ານຊີຣີຕົກລົງ ເຂົ້າຮ່ວມກອງປະຊຸມ ເຊີແນວ 2


 ຝ່າຍຄ້ານຊີຣີຕົກລົງ ເຂົ້າຮ່ວມກອງປະຊຸມ ເຊີແນວ 2 - ảnh 1
(ພາບ: xaluan.com)

 (vovworld)-​​​​ ​ ວັນ​ທີ 10/11, ພັນທະ​ມິດ​ຊົນ​ຊາດ​ຊີຣີ (SNC) ​ໄດ້​ປະກາດ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສັນຕິພາບ​ກ່ຽວ​ກັບ​ຊີຣີ ຫຼື​ເອີ້ນ​ວ່າ ກອງ​ປະຊຸມ​ເຊີແນວ 2 ຖ້າ​ໄດ້​ຮັບ​ການ​ສະ​ນັບ​ສະ​ໜູນ​ຂອງ​ກຳລັງ​ກອງທັບ​ຊີຣີ ​ເສລີ (FSA) ຢູ່​ພາຍ​ໃນ​ປະ​ເທດ. ທ່ານ Khaled Saleh ​ໂຄສົກ​ຂອງ SNC ​ໃຫ້​ຮູ້​ວ່າ: ຈຸດໝາຍ​ຂອງ​ຝ່າຍ​ຄ້ານ​ແມ່ນ​ເອກະ​ພາບ​ກຳລັງ​ເພື່ອ​ກ້າວ​ເຂົ້າສູ່​ວິວັດ​ການ​ສັນຕິພາບ​ຢູ່​ຊີຣີ. ກຳລັງ​ນີ້​ຈະ​ເຂົ້າຮ່ວມກອງ​ປະຊຸມ​ເຊີ​ແນວ 2 ​ແຕ່ FSA ຕ້ອງ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຄະນະ​ຜູ້​ແທນຝ່າຍຄ້ານ​ຢູ່​ກອງ​ປະຊຸມ.

  ກ່ຽວ​ກັບ​ບັນຫາ​ຊີຣີ, ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ, ພາຍຫຼັງ​ການ​ພົບ​ປະ 3 ຝ່າຍ​ລະຫວ່າງ​ ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ເດຍ, ລັດ​ເຊຍ ​ແລະ ຈີນ ຢູ່​ນິວ​ເດ​ລີ ​ເມື່ອ​ວັນ​ທີ 10/11, ທ່ານ Salman Khurshid ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ເດຍ ​ເນັ້ນໜັກ​ວ່າ: ຈຳ​ເປັນຕ້ອງຊອກ​ຫາ​ມາດ​ຕະການ​ການ​ເມືອງ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ