ພັກ, ລັດ, ລັດຖະບານ ຫວຽດນາມ ອວຍພອນການສະຫຼອງວັນຊາດລາຊະອານາຈັກ ກຳປູເຈຍ ຄົບຮອບ 72 ປີ
(VOVWORLD) - ພາຍໃຕ້ການປົກຄອງອັນສະຫຼາດສ່ອງໃສຂອງພະມະຫາກະສັດ Norodom Sihamoni, ຂອງສະພາສູງ, ສະພາແຫ່ງຊາດ ແລະ ລັດຖະບານລາຊະອານາຈັກ ກຳປູເຈຍ ໂດຍພັກປະຊາຊົນ ກຳປູເຈຍ, ນຳໜ້າ ແມ່ນປະທານ Hun Sen ເປັນກຳລັງຫຼັກແຫຼ່ງ, ແນ່ນອນວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່, ຍິ່ງໃຫຍ່ກ່ວາອີກ
ເນື່ອງໃນໂອກາດສະຫຼອງວັນຊາດລາຊະອານາຈັກ ກຳປູເຈຍ ຄົບຮອບ 72 ປີ (9/11/1953-9/11/2025), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ບັນດາສະຫາຍການນຳຫຼັກແຫຼ່ງຂອງ ຫວຽດນາມ ໄດ້ສົ່ງສານ, ຈົດໝາຍ ແລະ ກະຕ່າດອກໄມ້ອວຍພອນ ບັນດາຜົນສຳເລັດອັນຍິ່ງໃຫຍ່ ໃນບັນດາຂົງເຂດເຊິ່ງປະເທດ ແລະ ປະຊາຊົນ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າພາຍໃຕ້ການປົກຄອງອັນສະຫຼາດສ່ອງໃສຂອງພະມະຫາກະສັດ Norodom Sihamoni, ຂອງສະພາສູງ, ສະພາແຫ່ງຊາດ ແລະ ລັດຖະບານລາຊະອານາຈັກ ກຳປູເຈຍ ໂດຍພັກປະຊາຊົນ ກຳປູເຈຍ, ນຳໜ້າ ແມ່ນປະທານ Hun Sen ເປັນກຳລັງຫຼັກແຫຼ່ງ, ແນ່ນອນວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່, ຍິ່ງໃຫຍ່ກ່ວາອີກຫຼາຍຢ່າງ, ປະຕິບັດໂຄງການດຳເນີນງານຂອງພັກປະຊາຊົນ ກຳປູເຈຍໄລຍະ 2023 – 2028 ຢ່າງມີໄຊ, ສ້າງປະເທດ ກຳປູເຈຍ ໃຫ້ນັບມື້ນັບພັດທະນາ, ປະຊາຊົນ ກຳປູເຈຍ ມີການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູມສຸກ.