ພັກ, ລັດ ເຄົາລົບ, ຮັບປະກັນສິດເສລິໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ

(VOVWORLD) - ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ດ້ວຍໄລຍະເວລາເກືອບ 2 ພັນປີທີ່ຕິດພັນ ແລະ ຮ່ວມເດີນທາງພ້ອມກັບຊາດ
ພັກ, ລັດ ເຄົາລົບ, ຮັບປະກັນສິດເສລິໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ອວຍພອນຢູ່ວັດ ກວັນຊື້, ຮ່າໂນ້ຍ
(ພາບ:VOV)

ຕອນເຊົ້າວັນທີ 2 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປອວຍພອນບັນດາຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ສະມາຄົມພຸດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2567 - ຄສ 2023 ແລະ ເຂົ້າຮ່ວມວັນບຸນວິສາຂະບູຊາຢູ່ວັດ ກວານຊື້, ຮ່າໂນ້ຍ, ສຳນັກງານຂອງສູນກາງສາມາຄົມພຸດທະສາສະໜາ ຫວຽດນາມ.

ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ດ້ວຍໄລຍະເວລາເກືອບ 2 ພັນປີທີ່ຕິດພັນ ແລະ ຮ່ວມເດີນທາງພ້ອມກັບຊາດ, ສາສະໜາພຸດ ຫວຽດນາມ ໄດ້ຜ່ານຜ່າຫຼາຍໄລຍະຂຶ້ນລົງປະຫວັດສາດຂອງປະເທດຊາດ. ສາສະໜາພຸດ ແມ່ນສ່ວນໜຶ່ງທີ່ສຳຄັນໃນຊີວິດທາງດ້ານວັດທະນະທຳແຫ່ງຈິດວິນຍານຂອງຊາດ ຫວຽດນາມ. ພັກ, ລັດ ຍາມໃດກໍ່ຢັ້ງຢືນ ແລະ ປະຕິບັດນະໂຍບາຍເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ; ຮັບປະກັນບັນດາການເຄື່ອນໄຫວສາສະໜາຖືກຕ້ອງຕາມກົດໝາຍ, ຖືກຕ້ອງຕາມກົດບັດ ແລະ ຂໍ້ກຳນົດກົດລະບຽບຂອງສາສະໜາ ທີ່ລັດໄດ້ຮັບຮອງເອົາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຊີ້ແຈ້ງວ່າ:

ດ້ວຍມູນເຊື້ອຮັກຊາດ ຕິດພັນກັບການຮ່ວມເດີນທາງພ້ອມກັບປະເທດຊາດ, ຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈຖືວຽກງານຮັບໃຊ້ສາສະນິກກະຊົນ, ເພື່ອຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນ, ແມ່ນທິດທາງໃນການຖືສິນກິນທານ. ຂ້າພະເຈົ້າສະເໜີໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ທຸກຂັ້ນສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີເປັນແບບຢ່າງໃນການປະຕິບັດການຂົນຂວາຍພະສົງສຳມະເນນ, ພຸດທະສາສະນິກກະຊົນ ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດໃຫ້ເປັນຢ່າງດີ, ຕັ້ງໜ້າຕອບສະໜອງບັນດາຂະບວນການແຂ່ງຂັນຮັກຊາດ, ເປັນເຈົ້າການເຂົ້າຮ່ວມ ແລະ ປະຕິບັດບັນດາການເຄື່ອນໄຫວກຸສົນ, ຮັບປະກັນຊີວິດສັງຄົມ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ,ເພື່ອປະເທດ ຫວຽດນາມ ໝັ້ນຄົງ, ເຂັ້ມແຂງ, ວັດທະນາຖາວອນ, ມີຄວາມຜາສຸກ ແລະ ອີ່ມໜຳສຳລານ.

ຕອບກັບ

ຂ່າວ/ບົດ​ອື່ນ