ພັດທະນາ2ພື້ນຖານບານເຕະຫວຽດນາມແລະຍີ່ປຸ່ນຢ່າງຮອບດ້ານ

ພັດທະນາ2ພື້ນຖານບານເຕະຫວຽດນາມແລະຍີ່ປຸ່ນຢ່າງຮອບດ້ານ - ảnh 1
(ພາບ​ປະ​ກອບ: bongda.com.vn)

(vovworld) - ​ຕອນ​ບ່​າຍ​ວັນ​ທີ 26/12, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ບານ​ເຕະ​ຫວຽດ​ນາມ ເຈີນ​ກ໋ວກ​ຕ໋ວນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Kuino Umeda, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປ​ຸ່ນ​ ປະ​ຈຳ​ຫວຽດ​ນາມ ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ. ທ່ານ ເຈີນ​ກ໋ວກ​ຕ໋ວນ ໄດ້​ອວຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Kuino Umeda ພວມ​ດຳ​ລົງ​ຕຳ​ແໜ່ງ​ເປັນທີ່​ປຶກ​ສາ​ຂອງ​ສະ​ຫະ​ພັນ​ບານ​ເຕະ​ຍີ່​ປຸ່ນ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ທາງ​ການ​ທູດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Kuino Umeda ຈະ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ພັດ​ທະ​ນາ​​ບານ​ເຕະຫວຽດ​ນາມ ແລະ ບານ​ເຕະ​ຍີ່​ປຸ່ນ ຢ່າງ​ຮອບ​ດ້ານ​.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Kuino Umeda ໃຫ້​ຮູ້​ວ່າ, ຈະ​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່​ອ​ປະ​ກອບ​ສ່ວນ​ໃຫ້​ການ​ພັດ​ທະ​ນາ​ລວມ​ຂ​ອງ​ບານ​ເຕະ​ຫວຽດ​ນາມ ແລະ ບານ​ເຕະ​ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ