ພັດທະນາຂະແຫນງສິນໃນນ້ຳ ຫວຽດນາມ ຮອດປີ 2020

ພັດທະນາຂະແຫນງສິນໃນນ້ຳ ຫວຽດນາມ ຮອດປີ 2020 - ảnh 1
ກອງປະຊຸມສຳມະນາ: ວາງແຜນກຳນົດພັດທະນາ
ຂະແຫນງສິນໃນນ້ຳ
ພາບ:internet


(vovword)- ຕ້ອງການ​ຈຳນວນ​ເງິນ 60.857 ຕື້​ດົ່ງ ​ເພື່ອ​ພັດທະນາ​ຂະ​ແຫນງ​ສິນ​ໃນ​ນ້ຳ ຫວຽດນາມ ຮອດ​ປີ 2020 ນັ້ນ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຊຶ່ງ​ຖືກ​ຍົກ​ອອກ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ: “ວາງ​ແຜນ​ກຳນົດ​ພັດທະນາ​ຂະ​ແຫນງ​ສິນ​ໃນ​ນ້ຳ ຫວຽດນາມ ຮອດ​ປີ 2020, ວິ​ໄສ​ທັດ 2030” ຖືກຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 22/6 ຢູ່ ຮ່າ​ໂນ້ຍ. ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Vu Van Tam, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ຂະ​ແຫນງ​ສິນ​ໃນ​ນ້ຳ ຕ້ອງ​ພັດທະນາ​ໃຫ້​ກາຍ​ເປັນ​ຂະ​ແຫນງ​ຜະລິດ​ສິນຄ້າ​ໃຫຍ່​, ມີ​ເຄື່ອງໝາຍ​ການ​ຄ້າ​ສ້າງ​ອິດ​ທິພົນ​ຊື່​ສຽງ, ມີ​ຄວາມສາມ​າດ​ແກ້ງ​ແຍ້​ງສູງ​ໃນ​ການ​ເຊື່ອມ​​​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ. ຄຽງ​ຄູ່​ກັນ​ນັ້ນ ຂະ​ແຫນງ​ສິນ​ໃນ​ນ້ຳ​ຄວນ​ສ້າງ​ບັນດາ​ສູນ​ອາຊີບ​ຫາ​ປາ​ໃຫຍ່​ຕິດ​ພັນ​ກັບ​ເຂດ​ຫາ​ປາ​ທີ່​ເປັນ​ຈຸດ​ສຸມ, ຮັບປະກັນ​ການ​ພັດທະນາ​ງກົມກຽວ, ຄົບ​ຊຸດ ​ແລະ ຍາວ​ນານ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ.

ຂ່າວ/ບົດ​ອື່ນ