ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ - ຂ້​ໍ​ມູນ​ຂ່າວ​ສານ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃຫ້ຄົບ​ຊຸດ

(VOVWORLD) -ວັນທີ 27 ກຸມພາ, ກຸ່ມບໍລິສັດ ເຕັກໂນໂລຢີໂທລະຄົມມະນາຄົມ ກອງທັບ ຫວຽດນາມ (Viettel) ໃຫ້ຮູ້ວ່າ: ເພື່ອມຸ່ງໄປສູ່ເປົ້າໝາຍ ປະຊາຊົນຫວຽດນາມແຕ່ລະຄົນຈະມີຜູ້ຊ່ວຍວຽກແບບອັດສະລິຍະ (AI) ດ້ານສຸຂະພາບ, Viettel ໄດ້ສ້າງແລະ ພັດທະນາລະບົດນິເວດເຕັກໂນໂລຢີ ຂໍ້ມູນຂ່າວສານຢູ່ຂະແໜງສາທາລະນະສຸກ.
ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ - ຂ້​ໍ​ມູນ​ຂ່າວ​ສານ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃຫ້ຄົບ​ຊຸດ - ảnh 1Viettel ນຳໃຊ້ AI ໃນຂະແໜງສາທາລະນະສຸກ (ພາບ: Thanhnien.vn)

ບົນພື້ນຖານຖືເອົາປະຊາຊົນ, ພະນັກງານການແພດເປັນໃຈກາງ, ບັນດາມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານທີ່ Viettel ສ້າງຂຶ້ນຢ່າງຄົບຊຸດນັ້ນ ແຕ່ອົງການຄຸ້ມຄອງທຸກຂັ້ນທີ່ຂຶ້ນກັບກະຊວງສາທາລະນະສຸກ, ພະແນກສາທາລະນະສຸກຢູ່ບັນດາທ້ອງຖິ່ນເພື່ອແນໃສ່ໜູນຊ່ວຍບັນດາແພດໝໍປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການກວດພະຍາດໃຫ້ແກ່ປະຊາຊົນ.

        ລະບົບນິເວດທີ່ຄົບຊຸດຮອບດ້ານຂອງຂະແໜງສາທາລະນະສຸກໂດຍ Viettel ສ້າງຂຶ້ນລວມມີ ລະບົບຂໍ້ມູນຂ່າວສານ ເກືອບ 20 ລະບົບ. ບັນດາລະບົບນີ້ຈະຊ່ວຍໃຫ້ປະຊາຊົນໄດ້ຮັບການຕິດຕາມ ແລະ ຄວບຄຸມສຸຂະພາບຕົນເອງຕະຫຼອດຊີວິດ, ເປັນເຈົ້າການໃນການປ້ອງກັນ, ຕ້ານໂລກພະຍາດ, ປິ່ນປົວ, ຍົກສູງສຸຂະພາບຂອງຕົນເອງ. ພ້ອມກັນນັ້ນ, ລະບົບນິເວດສາທາລະນະສຸກ ຍັງຈະຊ່ວຍໃຫ້ແພດໝໍ, ພະນັກງານຂະແໜງສາທາລະນະສຸກໄດ້ສຳຜັດກັບບັນດາເຕັກໂນໂລຢີທີ່ທັນສະໄໝຮັບໃຊ້ໃຫ້ແກ່ການກວດພະຍາດ, ປະຢັດເວລາໃນການ ບົ່ງມະຕິພະຍາດ ແລະ ປິ່ນປົວພະຍາດໃຫ້ແກ່ຄົນເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ