ພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ຫວຽດນາມ - ກໍາປູເຈຍ

(VOVWORLD) -     ໂດຍໄດ້ຮັບຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກໍາປູເຈຍ Samdech Techo Hun Sen ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່່າງວັນທີ 4 – 5 ຕຸລາ 2019.
ພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ຫວຽດນາມ - ກໍາປູເຈຍ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກໍາປູເຈຍ Samdech Techo Hun Sen (ພາບ:VGP)

        ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ Hun Sen ໃນຮອບເວລາ 01 ປີ, ພາຍຫຼັງ ກໍາປູເຈຍ ສ້າງຕັ້ງລັດຖະບານຊຸດທີ 6 ເມື່ອເດືອນກັນຍາ 2018.

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Samdech Techo Hun Sen ຄັ້ງນີ້ ຖືກດໍາເນີນໄປໃນສະພາບ ທີ່ການພົວພັນລະຫວ່່າງ ຫວຽດນາມ - ກໍາປູເຈຍ ສືບຕໍ່ມີບັນດາບາດກ້າວພັດທະນາຢ່າງດີງາມນັ້ນ ໄດ້ຢ້ັງຢືນໃຫ້ເຫັນນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນບັນດາການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນສະຫງວນບຸລິມະສິດສູງໃນການຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ກັບ ກໍາປູເຈຍ. ການຢ້ຽມຢາມ ກໍເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຮ່ວມມືຢູ່ເຂດຊາຍແດນ, ການ ຄົມມະນາຄົມຂົນສົ່ງ ລະຫວ່າງສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ