ພິທີຂ່ຳນັບຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີXIIຂອງພັກ

ພິທີຂ່ຳນັບຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີXIIຂອງພັກ - ảnh 1
ລາຍ​ການ​ສິ​ລະ​ປະ​ຂ່ຳ​ນັບ​ຊົມ​ເຊີຍກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ
ພາບ:dangcongsan.vn


(vovworld)- ຕອນ​ຄ່ຳ​ວັນ​ທີ 29/1 ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ ໂຮ່​ຈິ​ມີນ ສົມ​ທົບ​ກັບ​ນະ​ຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ພິ​ທ​ີ​ຂ່ຳ​ນັບ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ; ຍ້ອງຍ​ໍ​ສັນ​ລະ​ເສີນ 10 ແບ​ບ​ຢ່າງ​ດີ​ເດັ່ນ​ຂອງ​ນະ​ຄອນ​ຫລວງ​ປີ 2015. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫງວຽນ​ດັກ​ວີງ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12, ເລ​ຂາ​ທີ​ຫນຶ່ງ ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມ ໄດ້​ເນັ້ນ​ຫນັກ​ວ່າ​: ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ​ໂຮ່​ຈີ​ມີນ ແລະ ໄວ​ຫນຸ່ມ​ຫວຽດ​ນາມ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ຈະ​ສ້າງ​ກຳ​ລັງ​ແຮງ​ອັນ​ໃຫຍ່​ຫລວງ, ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ​ຫວຽດ​ນາມ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ໃຫມ່, ສູ້​ຊົນ​ປະ​ຕິ​ບັດ​ຄາດ​ໝາຍ​ທີ່​ວາງ​ອອກ​ໃຫ້​ໄດ້.

 

ຂ່າວ/ບົດ​ອື່ນ