ພິທີຊັກທຸງງານແຂ່ງຂັນຍິງປືນກອງທັບບັນດາປະເທດອາຊຽນ ປີ 2014

ພິທີຊັກທຸງງານແຂ່ງຂັນຍິງປືນກອງທັບບັນດາປະເທດອາຊຽນ ປີ 2014 - ảnh 1
ກອງ​ປະຊຸມ​ເຕັກນິກ
(ພາບ: TTXVN)


(vovworld) – ພິທີ​ຊັກ​ທຸງງານ​ແຂ່ງຂັນ​ຍິງ​ປືນ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 13/11, ຢູ່ສູນ​ຝຶກ​​ແອບ ມ້ຽວມົນ, ນະຄອນ​​ຮ່າ​ໂນ້ຍ, ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດຈັດ​ຕັ້ງ. ​​​ກ່າວ​ຄຳ​ເຫັນ​ທີ່​ພິທີ, ພົນ​ຕີ ຫງວຽນ​ດຶດ​ເທີນ, ຫົວ​ໜ້າ​ກົມອົບຮົມ​ຝຶກ​ແອບ, ຮອງ​ຫົວ​ໜ້າ​ຄະນະ​ຈັດ​ຕັ້ງງານ​ແຂ່ງຂັນ​ປືນ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ ປີ 2014 ​ເນັ້ນ​ໜັກ​ວ່າ: ການ​ເສັງ​ຍິງ​ປືນ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແມ່ນ​ການ​ເຄື​່ອນ​ໄຫວ​ຖືກຈັດ​ຂຶ້ນ​ປະຈຳ​ປີ ຢູ່​ປະ​ເທດ​ໜຶ່ງ​ໃນ​ກຸ່ມ​ອາ​ຊຽນ. ນີ້​ແມ່ນ​ການ​ພົວພັນ​ອັນ​ດີງາມ​ຂອງ​ກອງທັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ; ພ້ອມ​ທັງ​​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ແລກປ່ຽນ, ​ເຊື່ອມ​ໂຍງ, ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ສາມັກຄີ ມິດຕະພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​, ຮໍ່າຮຽນເຊິ່ງກັນ ​ແລະ ​ກັນ.

    ພາຍ​ຫຼັງພິທີຊັກ​ທຸງ, ບັນດາ​ຫົວໜ້າ​ໄດ້​ຈັດ​ກອງ​ປະຊຸມ​ເຕັກນິກ, ຈົກ​ສະຫຼາດຕາຕະລາງ​​ແຂ່ງຂັນ ​ແລະ ປະຕິບັດ​ວຽກ​ງານ​ກະກຽມ. ຄາດ​ວ່າ, ການ​​ແຂ່ງຂັນ​ຍິງ​ປືນດັ່ງກ່າວຈະດຳ​ເນີນ​ໄປ​​ແຕ່​ວັນ​ທີ 19 – 28/11.

ຂ່າວ/ບົດ​ອື່ນ