ພິທີຍ້ອງຍໍບັນດາຄູຝຶກ, ນັກກິລາເຂົ້າຮ່ວມ SEA Games 31

(VOVWORLD) -ຄະນະນັກກິລາ ຮ່າໂນ້ຍ ມີສະມາຊິກ 322 ຄົນ. ບັນດານັກກິລາຂອງຄະນະນັກກິລາ ຮ່າໂນ້ຍ ໄດ້ເຂົ້າຮ່ວມແຂ່ງຂັນ 37 ປະເພດ; ຄວ້າໄດ້ຫຼຽນຄຳ 62 ຫຼຽນ, ຫຼຽນເງິນ 35 ຫຼຽນ ແລະ ຫຼຽນທອງ 54 ຫຼຽນ.
ພິທີຍ້ອງຍໍບັນດາຄູຝຶກ, ນັກກິລາເຂົ້າຮ່ວມ SEA Games 31 - ảnh 1(ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ກ່າວຄຳເຫັນທີ່ພິທີ)

ວັນທີ 27 ພຶດສະພາ, ນະຄອນ ຮ່າໂນ້ຍ ໄດ້ຈັດພິທີຍ້ອງຍໍ ແລະ ມອບລາງວັນໃຫ້ຄູຝຶກ, ນັກກິລາ ຮ່າໂນ້ຍ ບັນລຸຜົນງານສູງທີ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31).

        ທີ່ພິທີ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໄດ້ຊົມເຊີຍບັນດາຜົນງານດີເດັ່ນເຊິ່ງຄູຝຶກ, ນັກກິລາຂອງຄະນະນັກກິລາ ຮ່າໂນ້ຍ ທີ່ SEA Games 31 ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງຄະນະນັກກິລາ ຫວຽດນາມ. ທ່ານ ດິງຕຽນຢຸງ ຖືວ່າ, ຄວນມີບັນດາກົນໄກ, ນະໂຍບາຍໜູນຊ່ວຍ, ຍ້ອງຍໍຢ່າງທັນການ ກໍຄືສ້າງເງື່ອນໄຂເພື່ອໃຫ້ບັນດາຄະນະນັກກິລາໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນ, ຍົກສູງຄຸນນະທາດໃນການແຂ່ງຂັນໃນງານແຂ່ງຂັນກິລາສາກົນ.

        ເຂົ້າຮ່ວມ SEA Games 31 ຄັ້ງນີ້, ຄະນະນັກກິລາ ຮ່າໂນ້ຍ ມີສະມາຊິກ 322 ຄົນ. ບັນດານັກກິລາຂອງຄະນະນັກກິລາ ຮ່າໂນ້ຍ ໄດ້ເຂົ້າຮ່ວມແຂ່ງຂັນ 37 ປະເພດ; ຄວ້າໄດ້ຫຼຽນຄຳ 62 ຫຼຽນ, ຫຼຽນເງິນ 35 ຫຼຽນ ແລະ ຫຼຽນທອງ 54 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ