ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມຢ້ຽມຢາມທາງລັດຖະກິດ ກຸຍບາ ຈັດຂຶ້ນຢ່າງເປັນທາງການ

(VOVWORLD) - ຄະນະຜູ້ແທນຂັ້ນສູງຂອງ 2 ປະເທດດຳເນີນການພົບປະເຈລະຈາ ເພື່ອປຶກສາຫາລື, ຕີລາຄາກ່ຽວກັບຜົນງານທີ່ບັນລຸໄດ້, ໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຸຍບາ ໃນໄລຍະຜ່ານມາ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມຢ້ຽມຢາມທາງລັດຖະກິດ ກຸຍບາ ຈັດຂຶ້ນຢ່າງເປັນທາງການ - ảnh 1ທີ່ພິທີຕ້ອນຮັບ
(ພາບ: TTXVN)

        ຕອນຄ່ຳວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຈັດຂຶ້ນເປັນທາງການຢ່າງສົມກຽດຢູ່ຫໍປະຕິວັດ, ນະຄອນຫຼວງ ລາຮາບານາ, ພາຍໃຕ້ການເປັນປະທານຂອງທ່ານເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດແຫ່ງ ສ.ກຸຍບາ Miguel Díaz-Canel Bermudez. ພິທີໄດ້ຈັດຂຶ້ນຢ່າງສົມກຽດຕາມພິທີການສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ.

        ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ກຸຍບາ Miguel Díaz-Canel Bermudez ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງ 2 ປະເທດດຳເນີນການພົບປະເຈລະຈາ ເພື່ອປຶກສາຫາລື, ຕີລາຄາກ່ຽວກັບຜົນງານທີ່ບັນລຸໄດ້, ໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຸຍບາ ໃນໄລຍະຜ່ານມາ ແລະ ຍົກອອກບັນດາທິດທາງເພີ່ມທະວີ, ຍົກສູງປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ, ນຳການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ກຸຍບາ ກ້າວເຂົ້າສູ່ໄລຍະໃໝ່, ນັບມື້ນັບພັດທະນາຢ່າງແທດຈິງ ແລະ ໝັ້ນຄົງໜັກແໜ້ນ.

        ກ່ອນໜ້ານັ້ນໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໄປຢ້ຽມຢາມເຂດພັດທະນາພິເສດ Mariel (ZEDM), ເຂດຜະລິດການຄ້າເສລີແຫ່ງທຳອິດຂອງ ກຸຍບາ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາຢາກປະກອບສ່ວນຊ່ວຍໃຫ້ ກຸຍບາ ໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ດ້ວຍພື້ນຖານທີ່ໄດ້ຮັບການລົງທຶນຢ່າງຄົບຊຸດ, ທັນສະໄໝ, ມີລັກສະນະເຊື່ອມຕໍ່ສູງ, ZEDM ຈະນຳມາເຊິ່ງບັນດາກາລະໂອກາດໃຫ້ແກ່ນັກລົງທຶນຕ່າງປະເທດເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະຢູ່ ກຸຍບາ.

        ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ໄດ້ໄປຢ້ຽມຢາມ, ໂອ້ລົມກັບພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ກຸຍບາ.

ຕອບກັບ

ຂ່າວ/ບົດ​ອື່ນ