ພິທີບູຊາເຈົ້າຊີວິດຮູ່ງປີວອກ2016ຖືກດຳເນີນໄປຢ່າງເຄັ່ງຂຶມ

ພິທີບູຊາເຈົ້າຊີວິດຮູ່ງປີວອກ2016ຖືກດຳເນີນໄປຢ່າງເຄັ່ງຂຶມ - ảnh 1
ທ່ານ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມງານບຸນ
(ພາບ: nld.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/4, ກົງ​ກັບ​ວັນ​ທີ 10/3 ​ໄລ່​ຕາມ​ຈັນທະ​ປະຕິທິນ, ພິທີ​ບູຊາ​ເຈົ້າ​ຊີວິດ​ຮູ່ງ ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ວິຫານ ກີ໋ງທຽນ ​ໃນ​ຈອມ​ພູ​ທີ່​ສັດ​ສິດ ​ເຫງຍຫລີງ ຂຶ້ນ​ກັບ​ເຂດ​ປູຊະນີຍະ​ສະຖານ​ປະຫວັດສາດ​ແຫ່ງ​ຊາດ​ພິ​ເສດ ວິຫານ​ຮູ່ງ, ​ແຂວງ ຟູ໋​ເທາະ. ​ເຂົ້າ​ຮ່ວມ​ພິທີ​ບູຊາ​ປີ​ນີ້, ມີ​ທ່ານ ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ທ່ານ ຫງວຽນ​ວັນ​ບີ່​ງ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ສູ​ນກາງ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ບັນຍາກາດ​ທີ່​ເຄັ່ງຂຶມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ບັນດາ​ການ​ນຳ​ພັກ, ລັດ, ​ແຂວງ ຟູ໋​ເທາະ, ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ ​ໄດ້​ຖະຫວາຍ​ທູບ​ທຽນ, ດອກ​ໄມ້, ​ເຄື່ອງ​ຂອງບູຊາ​ຕ່າງໆ​ເພື່ອ​ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນ​​ຄຸນຕໍ່​ບັນດາ​ເຈົ້າ​ຊີວິດ​ຮູ່ງ ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ, ຂໍ​ໃຫ້​ປະ​ເທດ​ຊາດມີ​ຄວາມ​ວັດ​ຖະນາ​ຖາວອນ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ, ປະ​ເທດ​ຊາດ​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.    

        ພາຍຫຼັງ​ພິທີ​ຖະຫວາຍ​ທູບ​ທຽນ​ຢູ່​ວິຫານ​ເທຶ້ື້ອງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ບັນດາ​ການ​ນຳ​ໄດ້​ວາງ​ດ​ອກ​ໄມ້ ​ແລະ ທູບ​ທຽນ​ຢູ່​ສຸສານ​​ເຈົ້າ​ຊີ​ວີ​ດຮູ່ງອົງ​ທີ 6 ​ແລະ ວິຫານ​ບູຊາ ລາກ​ລອງ​ກວນ, ບັນພະບຸ​ລຸດຂອງ​ປະ​ເທດ​ຊາດ.

        ​ໃນ​ວັນ​ທີ 10/3 ​ໄລ່​ຕາມ​ຈັນທະ​ປະຕິທິນ, ຫຼາຍທ້ອງ​ຖິ່ນ​​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ພິທີ​ບູຊາ​ເຈົ້າ​ຊີວິດ​ຮູ່ງ ຢ່າງ​ສົມ​ກຽດ​ເຊັນ​ດຽວ​ກັນ.



ຂ່າວ/ບົດ​ອື່ນ