ພິທີປະກາດອອກອາກາດລາຍການເພື່ອສຸຂະພາບແລະຄວາມປອດໄພຫລັກອະນາໄມດ້ານ​ອາ​ຫານ

ພິທີປະກາດອອກອາກາດລາຍການເພື່ອສຸຂະພາບແລະຄວາມປອດໄພຫລັກອະນາໄມດ້ານ​ອາ​ຫານ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມກ່າວ​ຄຳ​ເຫັນ​ນະ​ພິ​ທີ

(vovworld)- ຕອນ​ບ່າຍ​ວັນ​ທີ 27/2 ຢູ່ ຮ່າ​ໂນ້ຍ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ປະ​ກາດ​ອອກ​ອາ​ກາດ​ລາຍ​ການ​ເພື່ອ​ສຸ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​ຫລັກ​ອະ​ນາ​ໄມ​ດ້ານ​ອາ​ຫານ​ໃນ​ຄື້ນ FM 89. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ, ທ່ານ​ນາ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ທິ​ກີມ​ຕຽນ, ຜູ້​ອຳ​ນວຍ​ການ​ໃຫ​ຍ່​ວິ​ທະ​ຍຸ​ກະ​ຈາຍ​ສ​ຽງ​ຫວຽດ​ນາມ ຫງວຽນ​ເທ​ກີ໋ ພ້ອມ​ກັບ​ຜູ້​ແທນ​ທີ່​ຕາງ​ຫ​ນ້າ​ໃຫ້​ບັນ​ດາ​ອົງ​ການ, ​ກະ​ຊວງ​ຂະ​ແຫນງ​ການ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ລາຍ​ການ​ດັ່ງ​ກ່າວ​ຈະ​ອອກ​ອາ​ກາດໃນ​ເວ​ລາ 17 ຊົ່ວ​ໂມງ, ແຕ່ 6 ໂມງ​ເຊົ້າ​ຮອດ 23 ໂມງທຸກມື້ ແລະ ເລີ່ມ​ຕົ້ນ​ແຕ່​ວັນ​ທີ 27/2. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ເນັ້ນ​ຫ​ນັກ​ວ່າ:

 “ພວກ​ເຮົາ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃຫມ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ. ຊອກ​ທຸກວິ​ທີ​ເພື່ອ​ແຊກ​ຊືມ​ເຂົ້າ​ພຶດ​ຕິ​ກຳ​ເພື່ອ​ພົວ​ພັນ​ຕິດ​ຕໍ່​ກັບ​ທຸກ​ຄົນ, ເຮັດ​ແນວ​ໃດ​ນຳ​ເອົາ​ຄວາມ​ຮູ້​ກ່ຽວ​ກັບ​ຫລັກ​ອະ​ນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​ໃນ​ສັງ​ຄົມ ແລະ ສິ່ງ​ສຳ​ຄັນ​ທຸກ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຮັບ​ປະ​ກັນ​ຫລັກ​ອະ​ນາ​ໄມ​ຄວາມ​ປ​ອດ​ໄພ​ດ້ານ​ອາ​ຫານ, ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນໃຫ້​ເປັນ​ຢ່າງ​ດີ.”

ຕອບກັບ

ຂ່າວ/ບົດ​ອື່ນ