ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຖືກຈັດຂຶ້ນລະດັບຊາດ

ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຖືກຈັດຂຶ້ນລະດັບຊາດ - ảnh 1
(ປະກາດ​​ບັນດາ​ການ​ເຄື່ອນ​​ໄຫວສະ​ເຫຼີມສະຫຼອງ 70 ປີ​
ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ)


(vovworld) – ພິທີ​ສະ​ເຫຼີ​ມສະຫຼອງລະດັບ​ຊາດ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ , ນີ​ແມ່ນ​ຂ່າວ​ເຊິ່ງ​ໄດ້​ປະກາດ​ທີ່​ການ​ແນະນຳ​ບັນດາ​ການ​ເຄື່ອນ​​ໄຫວສະ​ເຫຼີມສະຫຼອງ70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ, 25 ປີ​ວັນ​ບຸນ​​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ; 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກົມ​ໃຫຍ່​ການ​ເມືອງ. ພິທີ​ສະ​ເຫຼີ​ມສະຫ໌ອງ​ແມ່ນ​ການ​ເຄື່ອນ​ໄຫວເພື່ອ​ແນ​ໃສ່​ຫວນ​ຄືນ​ໄລຍະທາງ​ປະຫວັດສາດ​ທີ່​ສະ​ຫງ່າ​ລາສີ​ 70 ປີ​ແຫ່ງ​ການ​ຕໍ່ສູ້, ກໍ່ສ້າງ, ​ໄຊຊະນະ ​ແລະ ​ເຕີບ​ໃຫຍ່; ພ້ອມ​ທັງ​ສະຫຼຸບ, ຕີ​ລາຄາ, ຮັບ​ຮູ້​ບັນດາ​ຜົນງາ​ນອັນ​ໃຫຍ່​ຫຼວງ​ໃນ​ໄລຍະ 25 ປີ​ແຫ່ງ​ການ​ປະຕິບັດ​ວັນ​ບຸນ​​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ສ້າງ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ​ໃນ​ໄລຍະ​ໃໝ່. ພິທີ​ສະ​ເຫຼີມສະຫຼອງ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/12 ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ມິ້ດິ່ງ, ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ