ພິທີສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດທຳອິດຢູ່ນາມດິ້ງ

ພິທີສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດທຳອິດຢູ່ນາມດິ້ງ - ảnh 1
( ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ )

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 05/01, ຢູ່​ນາມ​ດິ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ທົ່ວ​ປະ​ເທດ ຫວຽດນາມ ຊຸດທຳ​ອິດ​ ບັນດາຜູ້​ແທນ​ໄດ້​ທົບ​ທວນຄືນ​ໄລຍະ​ທາງ​ປະຫວັດສາດ 70 ປີ​ຂອງ​ສະພາ​ແຫ່​ງຊາດ ​ແລະ ທັງ​ຢືນຢັນ​ວ່າ: ​ເຫດການ​​ໃນວັນ​ທີ 6/1/1946 ​ໄດ້​​ເປັນ​ຂີດ​ໝາຍ​ປະຫວັດສາດອັນ​ສະຫງ່າ​ລາສີ​ຂອງ ຫວຽດນາມ ​ເປັນຂີດ​ໝາຍ​ບາດກ້າ​ວພັດທະນາກະ​ໂດດ​ຂັ້ນ​ກ່ຽວ​ກັບລະບອບ​​ປະຊາທິປະ​ໄຕ, ​ເປີດ​ໄລຍະພັດ​ທະນາ​ໃໝ່​ຂອງຊົນ​ຊາດ. ​ເປັນຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ, ປະ​ເທດ​ຊາດ​ບໍ່​ພຽງ​ແຕ່​ກາຍ​ເປັນ​ປະ​ເທດ​ເອກະ​ລາດ ຫາກ​ຍັງ​ແມ່ນ​ອົງການ​ແຫ່ງ​ລັດ ດ້ວຍ​ພື້ນ​ຖານ ​ແລະ ຖານະນິຕິ​ກຳ​ອັນ​ຄົບ​ຖ້ວນ, ຕາງໜ້າ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ຕາງ​ໜ້າປະຊາຊົນ​ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນ​ທຸກ​ຂົງ​ເຂດ​ຂອງ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ