ພິ​ທີ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​​ນັ​ກ​ຮົບວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດກຳ​ລັງ​ຕຳຫຼວດ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ

(VOVWORLD) -ກ່າວຄຳເຫັນທີ່ພິທີສະແດງຄວາມຮູ້ບຸນຄຸນ, ທ່ານ ພົນຈັດຕະວາ ຮ່ວາງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳລາວໃຫ້ຮູ້ວ່າ: ວັນທີ 22 ມີນາ 1961, ຕາມຄວາມຮຽກຮ້ອງຕ້ອງການຂອງສອງພັກ, ສອງລັດ, ກຸ່ມນັກຊ່ຽວຊານທຳອິດ ຂອງ ຫວຽດນາມ ໄດ້ສົ່ງໄປຍັງເມືອງວຽງໄຊ, ແຂວງຫົວພັນ ເພື່ອໜູນຊ່ວຍຄະນະຕຳຫຼວດສູນກາງ,  ແມ່ນ ກະຊວງປ້ອງກັນຄວາມສະຫງົບລາວ ປະຈຸບັນ.
ພິ​ທີ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​​ນັ​ກ​ຮົບວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດກຳ​ລັງ​ຕຳຫຼວດ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ - ảnh 1ພິທີສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກຳລັງຕຳຫຼວດສອງປະເທດ ຫວຽດນາມ ແລະ ລາວ

ຕອນບ່າຍວັນທີ 13 ມີນາ, ຢູ່ແຂວງ ຫົວພັນ ທາງພາກເໜືອລາວ, ໄດ້ດຳເນີນພິທີສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກຳລັງຕຳຫຼວດສອງປະເທດ ຫວຽດນາມ ແລະ ລາວ. ເຫດການນີ້ໂດຍອົງການຜູ້ຕາງໜ້າກະຊວງຕຳຫຼາດ ຫວຽດນາມ ປະຈຳລາວສົມທົບກັບສະຖານທູດ ຫວຽດນາມ ປະຈຳລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ຈັດຂຶ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນນັກຊ່ຽວຊານຕຳຫຼວດ ຫວຽດນາມ ສົ່ງໄປປະຈຳ ລາວ (ວັນທີ 22 ມີນາ 1961 – 22 ມີນາ 2021).

ກ່າວຄຳເຫັນທີ່ພິທີສະແດງຄວາມຮູ້ບຸນຄຸນ, ທ່ານ ພົນຈັດຕະວາ ຮ່ວາງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳລາວໃຫ້ຮູ້ວ່າ: ວັນທີ 22 ມີນາ 1961, ຕາມຄວາມຮຽກຮ້ອງຕ້ອງການຂອງສອງພັກ, ສອງລັດ, ກຸ່ມນັກຊ່ຽວຊານທຳອິດ ຂອງ ຫວຽດນາມ ໄດ້ສົ່ງໄປຍັງເມືອງວຽງໄຊ, ແຂວງຫົວພັນ ເພື່ອໜູນຊ່ວຍຄະນະຕຳຫຼວດສູນກາງ,  ແມ່ນ ກະຊວງປ້ອງກັນຄວາມສະຫງົບລາວ ປະຈຸບັນ.

ໃນຕະຫຼອດໄລຍະກ່ວາ 10 ປີຜ່ານມາ, ບັນດານັກຊ່ຽວຊານຕຳຫຼວດ ຫວຽດນາມ ບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກລຳບາກ, ການເສຍສະຫຼະຊີວິດ ເພື່ອປະຕິບັດວຽກງານໃຫ້ຄຳປຶກສາ, ບຳລຸງສ້າງໃຫ້ເປັນຢ່າງດີ ເພື່ອຊ່ວຍຕຳຫຼວດ ລາວ ສ້າງ ແລະ ພັດທະນາກຳລັງໃຫ້ມີກຳລັງແຮງຢ່າງພຽງພໍເພື່ອປົກປັກຮັກສາເຂດຖານທີ່ໝັ້ນປະຕິວັດ. ພາຍຫຼັງສອງປະເທດຍາດໄດ້ເອກະລາດ, ກຳລັງຕຳຫຼວດສອງປະເທດຍັງຮ່ວມເດີນທາງ, ຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອປະຕິບັດສຳເລັດທຸກໆໜ້າທີ່ເຊິ່ງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດມອບໝາຍໃຫ້.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ