ພິ​ທີ​ອັດ SEA Games 31 ​ຈະ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ພຶດ​ສະ​ພາ

(VOVWORLD) -ຕາມນັ້ນແລ້ວ, ພິທີອັດໄດ້ອອກແບບຄືລາຍການ Gala ດົນຕີ ດ້ວຍຄວາມຮູ້ສຶກ, ສ້າງແຫຼ່ງບັນດານໃຈ ແລະ ຄຳອຳລາທີ່ອົບອຸ່ນຈາກປະເທດເຈົ້າພາບຈັດຕັ້ງ ຂອງ SEA Games 31    ໄປຍັງເພື່ອນມິດໃນພາກພື້ນ.



ພິ​ທີ​ອັດ SEA Games 31   ​ຈະ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ພຶດ​ສະ​ພາ - ảnh 1ພາບປະກອບ:  TTXVN

ຕາມແຜນການແລ້ວ, ພິທີອັດ SEA Games 31 ຈະດຳເນີນໃນຕອນຄ່ຳວັນທີ 23 ພຶດສະພາ ຢູ່ສະໜາມກິລາ ໃນຮົ່ມ (ຮ່າໂນ້ຍ). ທ່ານນາງ ຫງວຽນຕວຽດຮວາ, ຜູ້ອຳນວຍການ Maketing ແລະ ການພົວພັນຕ່າງປະເທດ ໂຮງລະໂອເປຣາ ຫວຽດນາມ, ຜູ້ປະຈຳການລາຍການສະແດງສິລະປະຢູ່ ພິທີໄຂ, ອັດ SEA Games 31    ໃຫ້ຮູ້ວ່າ: ແຜນການພິທີອັດ SEA Games 31    ໄດ້ສ້າງຕັ້ງດ້ວຍຈິດໃຈຕ່າງກັນກັບພິທີເປີດ.

ຕາມນັ້ນແລ້ວ, ພິທີອັດໄດ້ອອກແບບຄືລາຍການ Gala ດົນຕີ ດ້ວຍຄວາມຮູ້ສຶກ, ສ້າງແຫຼ່ງບັນດານໃຈ ແລະ ຄຳອຳລາທີ່ອົບອຸ່ນຈາກປະເທດເຈົ້າພາບຈັດຕັ້ງ ຂອງ SEA Games 31    ໄປຍັງເພື່ອນມິດໃນພາກພື້ນ.

ພິທີອັດຈະເລີ່ມແຕ່ເວລາ 20 ໂມງຂອງວັນທີ 23 ພຶດສະພາ ແລະ ຖ່າຍທອດສົດ ໃນເວລາ 90 ນາທີ.

ຕອບກັບ

ຂ່າວ/ບົດ​ອື່ນ