ພິທີອາໄລຫາວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ຄົບຮອບ 1 ປີ ວັນເສົາ ທີ 10 ມີນາ ຄ.ສ. 2012 | 16:28:43 ພິທີອາໄລຫາຢູ່ ຮ່າໂນ້ຍ ( vovworld ) – ຕອນຄ່ຳວັນທີ 9/3, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ໄດ້ຈັດພິທີອາໄລຫາວັນເກີດເຫດແຜ່ນດິນໄຫວຢູ່ທາງທິດຕາເວັນອອກສ່ຽງເໜືອ ຍີ່ປຸ່ນ ຄົບຮອບ 1 ປີ. ນັ້ນແມ່ນເຫດແຜ່ນດິນໄຫວທີ່ມີຂອບຂະໜາດໃຫ່ຍກ່ວາໝູ່ໃນປະຫວັດສາດ ເກີດຂຶ້ນເມື່ອວັນທີ 11/3/2011 ຊື່ງໄດ້ກໍ່ຄື້ນຍັກທີ່ຮ້າຍແຮງ ແລະ ເຮັດໃຫ້ 15.000 ຄົນເສຍຊີວິດ ແລະ ມາຮອດປະຈຸບັນຍັງມີ 3000 ຄົນຖືກຫາຍສາບສູນ. ກ່າວຄຳເຫັນທີ່ພິທີ, ທ່ານ Yasuaki Tanizaki ເອກອັກຄະລັກຖະທູດວິສາມັນຜູ້ມີອຳນາດເຕັ່ມແຫ່ງປະເທດຍີ່ປຸ່ນ ປະຈຳຫວຽດນາມ ເນັ້ນໜັກວ່າ: ນັ້ນແມ່ນໄພພິບັດທີ່ໂສກເສົ້າທີ່ສຸດຊື່ງປະຊາຊົນຍີ່ປຸ່ນຕ້ອງຮັບ. ແຕ່ເຖິງແນວນັ້ນກໍຕາມ, ໃນຈຸດເວລານັ້ນ, ຍີ່ປຸ່ນ ກໍໄດ້ຮັບບັນດາຄວາມແບ່ງປັນ, ໜູນຊ່ວຍທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຫວຽດນາມ ແລະ ປະເທດຕ່າງໆໃນໂລກ. ທ່ານເອກອັກຄະລັດຖະທູດ Yasuaki Tanizaki ຢືນຢັນວ່າ ປະຊາຊົນຍີ່ປຸ່ນຍາມໃດກໍຈົດຈຳ ແລະ ຮູ້ບຸນຄຸນອັນເລິກເຊີ່ງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນ, ໃນນັ້ນມີຫວຽດນາມ, ນັ້ນແມ່ນແຫຼ່ງລະດົມກຳລັງໃຈທີ່ໃຫ່ຍຫຼວງ ຊ່ວຍໃຫ້ຍີ່ປຸ່ນຟື້ນຕົວຢ່າງໄວວາເພື່ອສືບຕໍ່ພັດທະນາ. ເນື່ອງໃນໂອກາດນີ້, ວັນທີ 10/3, ຢູ່ຫໍສະໝຸດແຫ່ງຊາດ, ສູນພົວພັນແລກປ່ຽນວັດທະນະທຳຍີ່ປຸ່ນ ຢູ່ຫວຽດນາມ ໄດ້ຈັດການສາຍຟິມເອກະສານ ແລະ ບັນລະຍາຍ “ຄວາມຊົງຈຳກ່ຽວກັບເຫດແຜ່ນດິນໄຫວຂະໜາດໃຫ່ຍຢູ່ທາງທິດຕາເວັນອອກຍີ່ປຸ່ນ“ ເພື່ອແນໃສ່ສະໜອງບັນດາຂໍ້ມູນຂ່າວກ່ຽວກັບສະພາບການປະຈຸບັນ ແລະການຟື້ນຕົວຂອງບັນດາເຂດຖືກຜົນສະທ້ອນ. Tag ຄົບຮອບ 1 ປີ ຂ່າວ/ບົດອື່ນ ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມຢ້ຽມຢາມທາງລັດຖະກິດ ກຸຍບາ ຈັດຂຶ້ນຢ່າງເປັນທາງການ ADB ອະນຸມັດຜ່ານບ້ວງເງິນຊ່ວຍເຫຼືອ 2 ລ້ານ USD ເພື່ອຊ່ວຍ ຫວຽດນາມ ຮັບມືກັບໄພທຳມະຊາດຍ້ອນພາຍຸ Yagi ການເລືອກຕັ້ງຢູ່ ອາເມລິກາ 2024: ທ່ານນາງ K. Harris ພວມມີທ່າໄດ້ປຽບຕໍ່ທ່ານ D.Trump ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania ຫວຽດນາມ ເລື່ອນຂຶ້ນ 2 ຂັ້ນດັດຊະນີນະວັດຕະກຳທົ່ວໂລກ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມຢ້ຽມຢາມທາງລັດຖະກິດ ກຸຍບາ ຈັດຂຶ້ນຢ່າງເປັນທາງການ
ການເລືອກຕັ້ງຢູ່ ອາເມລິກາ 2024: ທ່ານນາງ K. Harris ພວມມີທ່າໄດ້ປຽບຕໍ່ທ່ານ D.Trump ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania
ກອງປະຊຸມລັດຖະມົນຕີຄັ້ງທີ 18 ຫວຽດນາມ - ສິງກະໂປ - ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານສະອາດ
ກຳປູເຈຍ, ລາວ, ຫວຽດນາມ ເນັ້ນໜັກເຖິງຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ