ພິທີເປີດສະຫຼອງເສັ້ນທາງຫຼວງເລກ3ຮ່າໂນ້ຍ-ທ໋າຍງວຽນ
ພິທີເປີດສະຫຼອງທາງຫຼວງເລກ 3 ສາຍໃໝ່ ຮ່າໂນ້ຍ - ທ໋າຍງວຽນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18/1
(ພາບ: VGP/Nhật Bắc)
(vovworld) – ພິທີເປີດສະຫຼອງທາງຫຼວງເລກ 3 ສາຍໃໝ່ ຮ່າໂນ້ຍ - ທ໋າຍງວຽນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18/1. ເຂົ້າຮ່ວມ ແລະ ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຊີ້ແຈ້ງວ່າ: ທາງຫຼວງເລກ 3 ສາຍໃໝ່ ຮ່າໂນ້ຍ - ທ໋າຍງວຽນ ມີຄວາມໝາຍສຳຄັນພິເສດສຳລັບວິວັດການພັດທະນາຢ່າງວ່ອງໄວ, ໝັ້ນຄົງ ແລະ ວິວັດການຫັນເປັນປະເທດອຸດສາຫະກຳ, ທັນສະໄໝຂອງ ຮ່າໂນ້ຍ, ບັງນິງ, ທ໋າຍງວຽນ ແລະ ບັນດາທ້ອງຖີ່ນ ເຂດ ຫວຽດບັກ (ໝາຍເຖິງ ກາວບັ່ງ, ບັກກ້ານ, ລ້າງເຊີນ, ຮ່າຢາງ, ຕວຽນກວາງ, ທ໋າຍງວຽນ). ເພື່ອໃຫ້ໂຄງການຖືກນຳເຂົ້າເຄື່ອນໄຫວໂດຍໄວ ແລະ ເສີມຂະຫຍາຍປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສະເໜີວ່າ:
“ຂ້າພະເຈົ້າສະເໜີໃຫ້ການນຳນະຄອນ ຮ່າໂນ້ຍ, ແຂວງ ບັກນິງ, ທ໋າຍງວຽນ ກວດກາຄືນແຜນກຳນົດເພີ່ມເຕີມ, ປັບປຸງແຜນກຳນົດເພື່ອໃຫ້ເມື່ອເສັ້ນທາງຄວາມໄວສູງນີ້ໄດ້ນຳເຂົ້າເຄື່ອນໄຫວພວກເຮົາຈະພັດທະນາຕົວເມືອງ, ພັດທະນາອຸດສາຫະກຳ, ຈັດແບ່ງເຂດຊຸມຊົນໃຫ້ເໝາະສົມຕາມທິດສີວິໄລ, ທັນສະໄໝ. ຜ່ານນັ້ນ, ທັງຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນຢ່າງດີ, ທັງພັດທະນາການຜະລິດ, ຮັບປະກັນຄວາມງາມ ແລະ ຄວາມເປັນລະບຽບຮຽບຮ້ອຍທາງຄົມມະນາຄົມ”
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຂໍຂອບອົກຂອບໃຈການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ຜ່ານບັນດາໂຄງການໄດ້ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ຈຸດໝາຍເຕີບໂຕເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ໃນນັ້ນມີອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ເຊິ່ງແມ່ນນັກອຸປະຖຳຕົ້ນຕໍ່ໃຫ້ໂຄງການນີ້. ນີ້ແມ່ນກິດຈະກຳຈຸດສຸມແຫ່ງຊາດ, ນອນໃນເຂດເສດຖະກິດຈຸດສຸມຂອງພາກເໜືອ.ໂຄງການເລີ່ມລົງມືກໍ່ສ້າງນັບແຕ່ເດືອນ 11/2009 ດ້ວຍຍອດຄວາມຍາວເກືອບ 64 ກມ ຜ່ານ 3 ແຂວງຄື: ຮ່າໂນ້ຍ, ບັກນິງ, ທ໋າຍງວຽນ.