ພິທີ​​ເລີ່​ມ​ເຄື່ອນ​ໄຫວ ປີ ປະທານ ອາຊຽນ 2020

(VOVWORLD) - ຕອນບ່າຍວັນທີ 6 ມັງກອນ 2020, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານ ພິທີເລີ່ມເຄື່ອນໄຫວ ປີ ປະທານ ອາຊຽນ 2020. ນີ້ແມ່ນເຫດການເປີດສາກໃຫ້ແກ່ປີ ອາຊຽນ 2020 ໂດຍຫວຽດນາມ ເປັນປະທານ.
ພິທີ​​ເລີ່​ມ​ເຄື່ອນ​ໄຫວ ປີ ປະທານ ອາຊຽນ 2020 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ    ກ່າວຄໍາເຫັນທີ່ພິທີ (ພາບ: zing.vn)

         ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ໄລ່ມາຮອດປັດຈຸບັນ ອາຊຽນ ແມ່ນປະຊາຄົມຂອງບັນດາປະເທດເອກະລາດ, ສາມັກຄີພັດທະນາໃຫ້ນັບມື້ນັບໃຫຍ່ໂຕເຂັ້ມແຂງ, ແມ່ນພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ, ແມ່ນບົດບາດໃຈກາງຂອງໂຄງປະກອບໃນພາກພື້ນ, ໄດ້ຮັບຄວາມເຄົາລົບ ແລະ ການຮ່ວມມືຈາກບັນດາປະເທດ ແລະ ຄູ່ຮ່ວມມືໃຫຍ່ໃນໂລກ. ເມື່ອເຕື້ອງເຖິງ ອະນາຄົດຂອງປະຊາຄົມ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແບ່ງປັນຄວາມຫວັງກ່ຽວກັບປະຊາຄົມສັນຕິພາບ ແລະ ສະຖຽນລະພາບ, ສາມັກຄີ ແລະ ເປັນເອກະພາບ, ວັດທະນາຖາວອນ ແລະ ຍືນຍົງ; ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ເຊື່ອມຕໍ່ຢ່າງລຸລ່ວງບົນພື້ນຖານຂອງການປະດິດຄິດສ້າງ, ສະຖຽນລະພາບ ແລະ ຄວາມກົມກ່ຽວ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍກໍາລັງຄວາມສາມາດໃນການປັບຕົວ, ຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່; ເຄື່ອນໄຫວຢ່າງມີວິທະຍາສາດ, ມີປະສິດທິຜົນ ແລະ ຂະຫຍັນຂັນເຄື່ອນ.  ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ເລືອກເອົາຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້ການຮັບມື” ແລະ ນີ້ກໍແມ່ນຫົວຂໍ້ມຸ່ງໄປສູ່ບັນດາເປົ້າໝາຍໄລຍະຍາວກວ່າຂອງປະຊາຄົມ ອາຊຽນ.

        ໃນຂອບເຂດຂອງພິທີດັ່ງກ່າວ ກໍໄດ້ຈັດຕັ້ງການເຄື່ອນໄຫວ ເປີດສະຫຼອງຖານຂໍ້ມູນຂ່າວສານເອເລັກໂຕນິກ ອາຊຽນ 2020. 

ຕອບກັບ

ຂ່າວ/ບົດ​ອື່ນ