ພິທີໄວ້ທຸກລະດັບຊາດອະດີດປະທານປະເທດ, ພົນເອກ ເລດຶກແອງ ຈັດຂຶ້ນໃນວັນທີ 3 – 4 ພຶດສະພາ

(VOVWORLD) - ໃນເວລາ 2 ວັນໄວ້ທຸກລະດັບຊາດ (03 – 04/05/2019), ບັນດາອົງການ, ສຳນັກງານ, ສະຖານທີ່ສາທາລະນະຫລຸດທຸງລົງເຄິ່ງເສົາ ແລະ ຢຸດຕິບັນດາການເຄື່ອນໄຫວລະຫຼິ້ນບັນເທິງເບີກບານມ່ວນຊື່ນ.
ພິທີໄວ້ທຸກລະດັບຊາດອະດີດປະທານປະເທດ, ພົນເອກ ເລດຶກແອງ ຈັດຂຶ້ນໃນວັນທີ 3 – 4 ພຶດສະພາ - ảnh 1(ພາບປະກອບ / TTXVN) 

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ, ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະແດງຄວາມອາໄລອາວອນຢ່າງສຸດຊື້ງ ແລະ ປະກາດວ່າ:

       ທ່ານພົນເອກ ເລດຶກແອງ ເກີດວັນທີ 1 ທັນວາ 1920 ຢູ່ຕາແສງ ໂລກອານ, ເມືອງ ຝູ໊ໂລກ, ແຂວງ ເທື່ອທຽນເຫ້ວ. ພາຍຫລັງຖືກເຈັບໜັກ, ເຖິງວ່າໄດ້ພັກ, ລັດ, ຄະນະແພດໝໍ, ຄອບຄົວໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ, ແຕ່ຍ້ອນອາຍຸສູງ, ເຈັບໜັກ, ທ່ານ ເລດຶກແອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 20 ໂມງ 10 ນາທີ ຂອງວັນທີ 22 ເມສາ 2019, ທີ່ເຮືອນພັກສ່ວນຕົວຢູ່ ຮ່າໂນ້ຍ.

ຫວຽດນາມ, ສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ, ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕົກລົງຈັດຕັ້ງງານສົບໃຫ້ທ່ານພົນເອກ ເລດຶກແອງ ດ້ວຍພິທີສົບລະດັບຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະພິທີສົບ.

        ສົບຂອງທ່ານພົນເອກ ເລດຶກແອງ ຈະຖືກບຳເພັນກຸສົນຢູ່ຫໍຈັດພິທີສົບແຫ່ງຊາດ ເຮືອນເລກທີ 5, ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ. ພິທີໄວ້ອາໄລທ່ານພົນເອກ ເລດຶກແອງ ເລີ່ມແຕ່ 7 ໂມງ - 11 ໂມງ, ວັນທີ 03 ພຶດສະພາ. ພິທີໄຫວ້ອາໄລທ່ານພົນເອກ ເວດຶກແອງ ດຳເນີນແຕ່ 11 ໂມງໃນວັນດຽວກັນ. ພິທີປົງສົບເລີ່ມແຕ່ 17 ໂມງໃນວັນດຽວກັນຢູ່ເຂດສຸສານນະຄອນ ໂຮ່ຈີມິນ.

        ໃນເວລາ 2 ວັນໄວ້ທຸກລະດັບຊາດ (03 – 04/05/2019), ບັນດາອົງການ, ສຳນັກງານ, ສະຖານທີ່ສາທາລະນະຫລຸດທຸງລົງເຄິ່ງເສົາ ແລະ ຢຸດຕິບັນດາການເຄື່ອນໄຫວລະຫຼິ້ນບັນເທິງເບີກບານມ່ວນຊື່ນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ