ພິທີ​​ໄວ້ອາ​ໄລ​ຂອງທ່ານອະດີດ​ເລຂາທິການ​ໃຫຍ່ ​ເລຂ໋າ​ຟຽວ

(VOVWORLD) - ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ເກີດວັນທີ 27 ທັນວາ 1931, ຢູ່ຕາແສງດົງເຄ, ເມືອງ ດົງເຊີນ, ແຂວງແທັງຮວ໊າ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 7 ສິງຫາ 2020 ຢູ່ເຮືອນຜູ້ກ່ຽວເອງທີ່ຮ່າໂນ້ຍ, ລວມອາຍຸໄດ້ 89 ປີ.

        ຕອນເຊົ້າວັນທີ 14 ສິງຫາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສສ.ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ  ໄດ້ຈັດຕັ້ງພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂ໋າຟຽວ ຂຶ້ນຢ່າງສົມກຽດ. ພິທີໄວ້ອາໄລໄດ້ເລີ່ມຂຶ້ນແຕ່ເວລາ 8 ໂມງເຊົ້າຂອງວັນທີ 14 ສິງຫາ ຮອດເວລາ 12 ໂມງຂອງວັນທີ 15 ສິງຫາ 2020, ທີ່ຫໍທໍາພິທີສົບແຫ່ງຊາດ, ຢູ່ເຮືອນເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ. ກໍໃນຈຸດເວລາດຽວກັນນີ້, ຢູ່ສະໂມສອນ ທົ໊ງເຍິດ, ນະຄອນໂຮ່ຈີມິນ ແລະ ສະໂມສອນ 25B ກວາງຈຸງ, ນະຕອນແທັງຮວ໊າ, ແຂວງແທັງຮວ໊າ ກໍດໍາເນີນພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ເຊັ່ນດຽວກັນ.

 ພິທີ​​ໄວ້ອາ​ໄລ​ຂອງທ່ານອະດີດ​ເລຂາທິການ​ໃຫຍ່ ​ເລຂ໋າ​ຟຽວ - ảnh 1ພິທີໄວ້ອາໄລໄດ້ເລີ່ມຂຶ້ນແຕ່ເວລາ 8 ໂມງເຊົ້າຂອງວັນທີ 14 ສິງຫາ ຮອດເວລາ 12 ໂມງຂອງວັນທີ 15 ສິງຫາ 2020, ທີ່ຫໍທໍາພິທີສົບແຫ່ງຊາດ, ຢູ່ເຮືອນເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ (ພາບ: VOV)

ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະລັດຖະບານຫວຽດນາມ ແມ່ນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນໍາໜ້າຄະນະສະພາແຫ່ງຊາດເຂົ້າໄວ້ອາໄລ. ຄະນະປະທານປະເທດ ໂດຍທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ. ຫຼັງຈາກນັ້ນ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານເລຂາສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ. ກ່າວຄໍາເຫັນທີ່ພິທີໄວ້ອາໄລ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ຢັ້ງຢືນວ່າ:

“ຜ່ານເຄື່ອນໄຫວການປະຕິວັດມາເປັນເວລາ 70 ກວ່າປີ, ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ໄດ້ມີການປະກອບສ່ວນທີ່ຍິ່ງໃຫຍ່ຫຼາຍຢ່າງເຂົ້າໃນພາລະກິດແຫ່ງການປະຕິວັດອັນສະຫງ່າລາສີຂອງພັກ ແລະ ຊາດຫວຽດນາມ. ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ໄດ້ຮັບຫຼຽນໄຊດາວຄໍາ, ຫຼຽນກາສະມາຊິກພັກ 70 ປີ, ຫຼຽນກາທີ່ມີຄ່າຕ່າງໆອີກຫຼາຍຫຼຽນຈາກພັກ ແລະ ລັດຫວຽດນາມ. ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ແມ່ນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ”.

ເມື່ອຂຽນໃສ່ປຶ້ມໄວ້ອາໄລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຂຽນວ່າ: ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ແມ່ນການສູນເສຍອັນຍິ່ງໃຫຍ່ສໍາລັບຄອບຄົວ, ເພື່ອນມິດ, ສະຫາຍ, ເພື່ອນຮ່ວມກົມກອງ ແລະ ປະຊາຊົນ. ໂດຍຮຽນຕາມແບບຢ່າງຂອງທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ, ພວກຂ້າພະເຈົ້າຈະສາມັກຄີກັນເປັນຈິດໜຶ່ງໃຈດຽວ, ພະຍາຍາມສູ້ຊົນເພື່ອເປົ້າໝາຍສ້າງສາປະເທດ ຫວຽດນາມ ໃຫ້ກາຍເປັນປະເທດທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ເກີດວັນທີ 27 ທັນວາ 1931, ຢູ່ຕາແສງດົງເຄ, ເມືອງ ດົງເຊີນ, ແຂວງແທັງຮວ໊າ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 7 ສິງຫາ 2020 ຢູ່ເຮືອນຜູ້ກ່ຽວເອງທີ່ຮ່າໂນ້ຍ, ລວມອາຍຸໄດ້ 89 ປີ.

`ພິທີສົບຂອງທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ເລຂ໋າຟຽວ ໄດ້ຈັດຕັ້ງຕາມພິທີລະດັບຊາດ. ຄະນະຈັດຕັ້ງພິທີສົບລວມມີ 35 ທ່ານ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະ. ພິທີໄວ້ອາໄລຄັ້ງສຸດທ້າຍ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ຈະຈັດຂຶ້ນໃນເວລາ 12 ໂມງ 30 ນາທີ ຂອງວັນທີ 15 ສິງຫາ 2020 ຢູ່ຫໍທໍາພິທີສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ. ພິທີປົງສົບຈະໄດ້ຈັດຂຶ້ນໃນເວລາ 14 ໂມງ ຂອງວັນດຽວກັນຢູ່ສຸສານ ມາຍຢິກ, ຮ່າໂນ້ຍ./.

ຕອບກັບ

ຂ່າວ/ບົດ​ອື່ນ