ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງຮັກສາສະພາບເປັນປົກກະຕິໃນເມື່ອສະພາບການພາຍນອກຊຸດໂຊມ

(VOVWORLD) -  ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຮັບການຕີລາຄາວ່າ ຍັງຄົງຮັກສາໄດ້ລະດັບເຕີບໂຕຢ່າງແຮງໃນປີ 2019 ແລະ ປີ 2012 ຢູ່ລະດັບ ທຽບເທົ່າແມ່ນ 6,8% ແລະ 6,7%, ພາຍຫຼັງມີບາດກ້າວບຸກທະລຸຢ່າງແຮງດ້ວຍລະດັບ 7,1% ໃນປີ 2018. 

      ນີ້ແມ່ນຂໍ້ສັງເກດຂອງທະນາຄານພັດທະນາ ອາຊີ (ADB) ໃນບົດລາຍງານກ່ຽວກັບແງ່ຫວັງພັດທະນາຂອງ ອາຊີ (ADO) 2019 ສະບັບອັບເດດ ເຊິ່ງໄດ້ປະກາດໃນກອງປະຊຸມອັບເດດສະພາບການພັດທະນາເສດຖະກິດ ຫວຽດນາມ ໃນວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ. ທ່ານ Eric Sidgwick ຜູ້ອໍານວນການແຫ່ງຊາດ ທະນາຄານ ADB ປະຈໍາ ຫວຽດນາມ ເນັ້ນໜັກວ່າ:

        “ເຖິງວ່າລະດັບເຕີບໂຕການສົ່ງອອກຖືກຊັກຊ້າລົງ ຍ້ອນການຂັດແຍ້ງດ້ານການຄ້າລະຫວ່າງ ອາເມລິກາ - ຈີນປີນຂັ້ນໄດ  ເຮັດໃຫ້ການຄ້າທົ່ວໂລກຖືກຫຼຸດຜ່ອນລົງກໍຕາມ, ແຕ່ພື້ນຖານເສດຖະກິດຫວຽດນາມ ຍັງຄົງເຕີບໂຕຢ່າງແຮງ ຍ້ອນຄວາມຕ້ອງການພາຍໃນປະເທດສືບຕໍ່ເພີ່ມຂຶ້ນ ແລະ ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ຮັບການຮັກສາ. ເລື່ອງຫວຽດນາມ ລົງນາມໃນສົນທິສັນຍາການຄ້າເສລີ ກັບ ອີຢູ (EVFTA) ຫວ່າງມໍ່ໆມານີ້ ໝັ້ນໝາຍວ່າຈະເປີດກາລະໂອກາດສໍາຜັດກັບຕະຫຼາດໃຫ້ແກ່ບັນດາການເຄື່ອນໄຫວການຄ້າ ແລະ ການລົງທຶນຂອງຫວຽດນາມ ໃຫ້ຫຼາຍກວ່າອີກ ກໍຄືຜົນສະທ້ອນຂອງສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ຂ້າມປາຊີຟິກ. ພ້ອມກັນນັ້ນ, ການປັບປຸງຕ່າງໆໃນກົດໝາຍວ່າດ້ວນການລົງທຶນສາທາລະນະຂອງຫວຽດນາມ ຫວ່າງມໍ່ໆມານີ້ ຈະຊ່ວຍປັບປຸງການເຄື່ອນໄຫວລົງທຶນຢ່າງຍຸຕິທໍາ ເຊິ່ງເປັນວິທີຍູ້ໄວບັນດາຂັ້ນຕອນ, ລະບຽບການທີ່ງ່າຍດາຍ, ສ້າງເງື່ອນໄຂເພື່ອປ່ອຍເງິນລົງທຶນໃຫ້ໄວກວ່າອີກ”. 

ຕອບກັບ

ຂ່າວ/ບົດ​ອື່ນ