ພົນເອກ ຫວໍງວຽນຢາບ - ຜູ້ບັນຊາການທະຫານມີຄວາມເກັ່ງກ້າສາມາດ

ພົນເອກ ຫວໍງວຽນຢາບ - ຜູ້ບັນຊາການທະຫານມີຄວາມເກັ່ງກ້າສາມາດ - ảnh 1
(ພົນ​​ເອກ​ຫວໍ​ງວຽນ​ຢາ​ບ)

(vovworld) - ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ​ໃນ​ກິດຈະການ​ຕໍ່ສູ້​ຍາດ​ເອົາ​​ເອກະລາດ​ຂອງ​ຊາດ​ຫວຽດນາມ ​ໃນ​ສະຕະວັດ​ທີ 20 ຕິດ​ພັນ​ກັບ​ຊື່​ສຽງ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ຜູ້​ບັນຊາ​ການ​ທະຫານຂອງ​ກອງທັບ​ປະຊາຊົນ​ຫວຽດນາມ. ດ້ວຍ​ບົດບາດ​ເປັນ​ຜູ້ບັນຊາ​ການບັ້ນ​ຮົບ ດ້ຽນບຽນ​ຝູ ກ່ອນ​ນີ້ 60 ປີ​, ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ມີ​ບັນດາ​ຂໍ້​ຕົກລົງ​ທີ່​ສຳຄັນ, ​ເຮັດ​ໃຫ້​ສະຖານະ​ການ​ສະໜາມຮົບມີ​ການ​ປ່ຽນ​ແປງ, ນຳ​ມາ​ເຊິ່ງ​ໄຊຊະນະ​ຢ່າງສົມບູນ.

        ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ໄດ້​ຊີ້​ນຳ​ທັງ 8 ບັ້ນ​ຮົບ​ໃຫຍ່​​ໃນ​ການ​ຕໍ່​ຕ້ານ, ຕ້ານ​​ຝລັ່ງ, ​ໃນ​ນັ້ນ ດ້ຽນບຽນ​ຝູ ​ແມ່ນບັ້ນ​ຮົບ​ໃຫຍ່​ກວ່າ​ໝູ່, ​ແມ່ນ​ຈຸດ​ສູງ​ແຫ່ງ​ການ​ປຽບທຽບ​ກຳລັງ​ລະຫວ່າງ​ກອງທັບ​ຫວຽດນາມ ​ແລະ ທະຫານລ່າ​ເມືອງ​ຂຶ້ນ ຝລັ່ງ.

        ບົນ​ແນວ​ຮົມ​ດ້ຽນບຽນ​ຝູ, ທ່ານ​ໄດ້​ຫັນ​ໜ້າ​ທີ່​​ເຊິ່ງ​ສູນ​ກາງ​ພັກ ​ແລະ ປະທານ​​ໂຮ່ຈິ​ມິນ ​ມອບ​ໝາຍ​ໃຫ້ເປັນ​ລະອຽດ ຜ່ານ​ການ​ວາງ​ທິດ​ນຳ​ຕໍ່ສູ້ທີ່​ມີ​ຄວາມ​ສະດຸ້​ງ​ໄວ, ຖືກ​ຕ້ອງ, ​ກ້າຫານ ​ແລະ ​ເດັ​ດດ່ຽວ​ ນັ້ນ​​ແມ່ນ: ຫັນ​ຈາກ​ການ​ “ຕີ​ໄວ, ຍາດ​ໄຊຊະນະ​ໄວ” ​​ໃຫ້ເປັນ “ບຸກ​ໂຈມ​ຕີຢ່າງ​ໜັກແໜ້ນ”. ບັ້ນ​ຮົບ ດ້ຽນບຽນ​ຝູ ​​ຍາດ​ໄດ້ໄຊ​ນະ​ນະ​ສຸດ​ທ້າຍ​​ແມ່ນ​ເລີ່​ມມາ​ຈາກ​ບາດ​ລ້ຽວສຳຄັນ​ນີ້. ສາດສະດາຈານ​ປະຫວັດສາດ ຟານ​ຮຸຍ​ເລ ຖື​ວ່າ.

        “ການປ່ຽນ​ໃໝ່​ທິດ​ນຳ​​​ສູ້​ຮົບແມ່ນ​ການຕັດສິນ​​ທີ່​ສະຫຼາດ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ. ທ່ານ​ໄດ້​ເຫັນ​ຄວາມສ່ຽງ, ຜົນ​ຮ້າຍ​ຢ້ອນ​ຫຼັງທີ່​ອັນຕະລາຍ​ຂອງ​ການ​ຕີ​ໄວນັບ​​ແຕ່ຫົວທີ ​ແລະ ​ໄດ້ຢືດໝັ້ນ​​ແຜນນະ​ໂຍບາຍ​ຕີ​ຢ່າງໜັກ​ແໜ້ນ. ສິ່ງ​ສຳຄັນ​ແມ່ນ, ດ້ວຍ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ຕົນ, ທ່ານ​ໄດ້​ຫັນ​​ແຜນນະ​ໂຍບາຍ​ຕີ​ໄວ ​ເຊິ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ອົງ​ຄະນະ​ພັກ​ແນວ​ໂຮມ ​ແລະ ບັນດາ​ຜູ້​ທີ່​ປຶກສາ​ຈີນ ​ໄປ​ສູ່​ແຜນ​ນະ​ໂຍບາຍ​ຖືກຕ້ອງ​ຂອງ​ຕົນ”.

        2 ປັດ​ໃຈ​ເຮັດ​​ໃຫ້​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ປະສົບ​ຜົນສຳ​ເລັດ​ໃນ​ການ​ພ້ອມ​ກັບ​ໝູ່​ຄະນະ​ເຫັນ​ດີ​ເຫັນ​ພ້ອມຕໍ່​ວິທີ​ບຸກ​ໂຈມ​ຕີ ກ່ອນ​ອື່ນ​ໝົດ​ຄວາມ​ຮັບຜິດຊອບ​ດ້ານການ​ເມືອງຕໍ່​ພັກ ​ແລະ ປະຊາ​ຊົນ, ຕໍ່ໜ້າ​ຄວາມ​​ເສຍສະຫຼະ​ຂອງ​ນັກຮົບ, ພ້ອມກັບ​ຄວາມ​ໃກ້ຊິດກັບ​ສະພາບ​ຕົວ​ຈິງ, ອີ​ງ​ໃສ່​ສະພາບ​ຕົວ​ຈິງ ເພື່ອ​ເກ້​ຍກ່ອມໃຫ້ໝູ່ຄະນະ​ຮັບ​ຮູ້​ຄວາມຮຽກຮ້ອງ​ສູງສຸດ, ນັ້ນ​ແມ່ນ​ຮັບປະກັນ​ຕີ​ເອົາ​ໄຊຊະນະ.

        ພ້ອມ​ກັບ​ການ​ປ່ຽນ​ວິທີ​ຕໍ່ສູ້, ພົນ​​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ນຳ​ໃຊ້​ສົງຄາມ​ແບບ​ກອງ​ຫຼອນ​ສົມທົບກັບ​ສົງຄາມ​ປະຊາຊົນ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູ ຢ່າງ​ຄ່ອງ​ແຄ້ວ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຫາກທ່າ​ນ​ໄດ້ກໍ່​ສ້າງ​ກອງທັບ​ຫວຽດນາມ ຈາກ​ກອງທັບ​ປະຊາຊົນ​ກາຍ​ເປັນ​ກອງທັບ​ຫຼວງເທື່ອ​ລະ​ກ້າວ, ​ເພື່ອ​ຕີ​ເອົາ​ຊະນະ​ສັດຕູ​​ເຂັ້ມ​ແຂງ. ທ່ານ​ຫົວໜ້າ​ບັນນາທິການ​ໃຫຍ່ ວາລະສານ​ປ້ອງ​ກັນຊາ​ດ​ແຫ່ງ​ຊາດ​ຝລັ່ງ Jean Dufourcq ​ໃຫ້​ຂໍ້​ສັງ​ເກດ​ວ່າ.

        “ດ້ຽນບຽນ​ຝູ ​ແມ່ນ​ເຫດການ​ປະຫວັດສາດ​​ເຮັດໃຫ້​ທຸດຄົນຮູ້​ຈັກ​ພົນ​ເອກ​ຫວໍ​ງວຽນຢາບ ຫຼາຍ​ທີ່​ສຸດ. ທ່ານ​ໄດ​້ສະ​ແດງ​ໃຫ້​ເຫັນ​ຄວາມ​​ເກັ່ງ​ກ້າສາມາດ​ຂອງ​ຕົນ, ​​ເຈດ​ຈຳນົ​ົງ, ຄວາມ​ສາມາດ​ໃນ​ການບັນຊາທະຫານ​, ພິ​ເສດ​ແມ່ນ​ວິ​ໄສ​ທັດ​ກ່ຽວ​ກັບ​ການຈັດ​ຕັ້ງພະລາທິການ. ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ສ້າງ​ເຂດ​ຕໍ່ຕ້ານ​ທີ່​ເຊື່ອມ​ຕໍ່​ຈາກເຂດ​ຊາຍ​ແດນ​ຫວຽດນາມ - ຈີນ ລົງ​ເຂດ​ພາກ​ເໜືອ​. ​ເວົ້າ​ແນວ​ອື່ນ, ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ສ້າງ​ບ່ອນ​ອີ່ງຢູ່​ນອກ​ຊາຍ​ແດນ, ​ເປັນ​ຂອບ​ການ​ທະຫານ - ພະລາທິການ ​ຈາກ​ນັ້ນ ກໍ່​ຄວາມ​ດັ່ນ ​ແລະ ​ຕີ​​​ເອົາ​ຊະນະກອງທັບ​ຝລັ່ງ ບົນ​ບັນດາແນວ​ຮົບຢູ່​ທາງ​ພາກ​ເໜືອ​ຫວຽດນາມ. ​​ດ້ວຍເຈດ​ຈຳນົງ​ທີ່​​ເຂັ້ມແຂງ​ຂອງ​ຊາດ ​ໄດ້​ເຮັດ​ໃຫ້​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ກາຍ​ເປັນ​ບຸກຄົນປະຫວັດສາດ, ​ເປັນ​ຜູ້​​ຮັກ​​ຊາດ ​ເຊິ່ງຊາວຝລັ່ງ ພວກ​ຂ້າພະ​ເຈົ້າ​ນິຍົມ”.

        ​ເຖິງ​ວ່າ ບໍ່​ໄດ້​ຮັບການບຳລຸ​ງສ້າງດ້ານ​ການ​ທະຫານກໍ່ຕາມ ​ແຕ່​ຄວາມ​ສາມາດ​ໃນ​ການ​ບັນຊາ ​ແລະ ​ເຈດ​ຈຳນົງ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ປະກອບສ່ວນ​ສຳຄັນ ສ້າງ​​ເປັນໄຊ​ຊະ​ນະ​ດ້ຽນບຽນ​ຝູ, ​ເຊິ່ງ​​ແມ່ນ​ບັ້ນ​ຮົບ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຄົ້ນຄວ້າ​ຢູ່​ບັນດາ​ໂຮງຮຽນ​ການ​ທະຫານ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນ​ປະຈຸ​ບັນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​​ໄຊຊະນະ​ທີ່​ນຳ​ມາ​ເຊິ່ງພື້ນຖານ​ເອກະລາດ​ໃຫ້​​ແກ່ຫວຽດນາມ ​ແລະ ຍູ້​​ໄວ​ວິວັດການລົ້ມ​ລະລາຍ​ຂອງ​ລັດ​ທິລ່າ​ເມືອງ​ຂຶ້ນ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ