ພົບປະແລກປ່ຽນສິລະປະທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ຫວຽດນາມ - ລາວ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນຫລວງ ຮ່າໂນ້ຍ (10/10/1954 – 10/10/2019), 

ຕອນຄ່ຳວັນທີ 09 ຕຸລາ ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ກົມສິລະປະການສະແດງ (ລາວ) ໄດ້ສົມທົບກັບສູນວັດທະນະທຳ ຫວຽດນາມ ຢູ່ ລາວ; ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫລວງ ວຽງຈັນ (ລາວ) ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນຫລວງ ວຽງຈັນ ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳສະແດງສິລະປະດ້ວຍຫົວຂໍ້ວ່າ “ຮ່າໂນ້ຍ - ໝາກຫົວໃຈຂອງທັງປະເທດ”

        ລາຍການສະແດງສິລະປະສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນຫລວງ ຮ່າໂນ້ຍ ໄດ້ຈັດຕັ້ງຢູ່ ລາວ ມີຄວາມໝາຍແທດຈິງ; ປະກອບສ່ວນສຶກສາມູນເຊື້ອ, ປະຫວັດສາດຂອງ ຫວຽດນາມ; ກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ; ພ້ອມທັງ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນ ລາວ ໃຫ້ນັບມື້ນັບໝັ້ນຄົງຂະໜົງແກ່ນ.

        ຄະນະຈັດຕັ້ງລາຍການກໍ່ໄດ້ຈັດຕັ້ງການບໍລິຈາກເງິນສະໜັບສະໜູນປະຊາຊົນ ລາວ ແລະ ປະຊາຊົນ ຫວຽດນາມ ຢູ່ 6 ແຂວງພາກກາງ ແລະ ພາກໃຕ້ ລາວ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໄພນ້ຳຖ້ວມ.

ຕອບກັບ

ຂ່າວ/ບົດ​ອື່ນ