ພະຍາດໝາກສຸກລີງ ໄດ້ແຜ່ລາມອອກສູ່ 78 ປະເທດໃນໂລກ

(VOVWORLD) - ຕາມອົງການ WHO ແລ້ວ, ມາຮອດປະຈຸບັນ, 98% ໃນຈຳນວນກໍລະນີຕິດເຊື້ອພະຍາດໝາກສຸກລີງ ແມ່ນຢູ່ນອກທະວີບ ອາບຝຣີກາ (ເຊິ່ງເປັນທະວີບຕົ້ນກຳເນີດຂອງພະຍາດນີ້)
ພະຍາດໝາກສຸກລີງ ໄດ້ແຜ່ລາມອອກສູ່ 78 ປະເທດໃນໂລກ - ảnh 1
ພາບປະກອບ

ວັນທີ 27 ກໍລະກົດ, ອົງການອະນາໄມໂລກ (WHO) ປະກາດວ່າ ໄດ້ຮັບຮູ້ກ່ວາ 18.000 ກໍລະນີຕິດພະຍາດໝາກສຸກລີງຢູ່ 78 ປະເທດໃນໂລກ, ໃນນັ້ນ, ສ່ວນຫຼາຍແມ່ນຢູ່ທະວີບ ເອີລົບ. ກ່ອນໜ້ານັ້ນ, ໃນວັນທີ 23 ກໍລະກົດ, WHO ໄດ້ປະກາດກ່ຽວກັບການແຜ່ລະບາດຂອງພະຍາດໝາກສຸກລີງຄັ້ງນີ້ແມ່ນສະພາບການແພດຮີບດ່ວນທົ່ວໂລກ, ລະດັບການກ່າວເຕືອນສູງສຸດສຳລັບການແຜ່ລະບາດຂອງໂລກລະບາດ. ຕາມອົງການ WHO ແລ້ວ, ມາຮອດປະຈຸບັນ, 98% ໃນຈຳນວນກໍລະນີຕິດເຊື້ອພະຍາດໝາກສຸກລີງ ແມ່ນຢູ່ນອກທະວີບ ອາບຝຣີກາ (ເຊິ່ງເປັນທະວີບຕົ້ນກຳເນີດຂອງພະຍາດນີ້). ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ WHO, ຮັບຮູ້ວ່າ ການແຜ່ລະບາດ ຂອງພະຍາດຄັ້ງນີ້ອາດຈະໄດ້ຮັບການສະກັດກັ້ນ ແລະ ວິທີດີທີ່ສຸດແມ່ນຫລຸດຜ່ອນສະພາບຕິດເຊື້ອ, ໝາຍຄວາມວ່າທຸກຄົນຕ້ອງປະຕິບັດບັນດາການເລືອກເຟັ້ນທີ່ປອດໄພໃຫ້ແກ່ຕົນເອງ ແລະ ຜູ້ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ