ພະຍຸໂນອິນອ່ອນຕົວລົງກາຍເປັນຄວາມກົດດັນອາກາດຕ່ຳ

(VOVWORLD) - ພະຍຸໂນອິນພັດເຂົ້າແຂວງ ກ໋ວາງບີ່ງ - ເທື່ອທຽນເຫ້ວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ໄດ້ຮັບບາດເຈັບ 29 ຄົນ.
ພະຍຸໂນອິນອ່ອນຕົວລົງກາຍເປັນຄວາມກົດດັນອາກາດຕ່ຳ - ảnh 1 ພະຍຸໂນອິນອ່ອນຕົວລົງກາຍເປັນຄວາມກົດດັນອາກາດຕ່ຳ

  ໃນເວລາ 10 ໂມງຂອງວັນທີ 18 ກັນຍາ, ພະຍຸໂນອິນໄດ້ພັດເຂົ້າແຂວງ ກ໋ວາງບີ່ງ - ເທື່ອທຽນເຫ້ວ, ຫລັງຈາກນັ້ນອ່ອນຕົວລົງ ກາຍເປັນຄວາມກົດດັນອາການຕ່ຳ. ພາຍຫລັງພະຍຸພັດຜ່ານ, ອາກາດຢູ່ບາງທ້ອງຖິ່ນ ບ່ອນທີ່ພະຍຸເດີນຜ່ານມີທອງຟ້າແຈ່ມໃສ, ຝົນເຊົາຕົກ, ມີແດດອ່ອນ.

ກ່ອນໜ້ານັ້ນ, ເມື່ອພະຍຸໂນອິນພັດເຂົ້າແຂວງ ກ໋ວາງບີ່ງ - ເທື່ອທຽນເຫ້ວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ໄດ້ຮັບບາດເຈັບ 29 ຄົນ, ມີເຮືອນຫລາຍກ່ວາ 1.700 ຫລັງຖືກເປ່ເພ, ເລີກຫລັງຄາ, ຕົ້ນໄມ້ຫລາຍຕົ້ນ, ເສົາໄຟຟ້າຫລາຍເສົາຖືກຫັກ, ສາຍໄຟຟ້າຂາດຫລາຍຕອນ…ປະຈຸບັນ, ບັນດາທ້ອງຖິ່ນພວມສືບຕໍ່ຄິດໄລ່ຄວາມເສຍຫາຍ ແລະ ຍູ້ໄວວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກພະຍຸ.

ຕອບກັບ

ຂ່າວ/ບົດ​ອື່ນ