ພະມະຫາກະສັດ ມາເລເຊຍ ບົ່ງຕົວນາຍົກລັດຖະມົນຕີກຳອຳນາດຊົ່ວຄາວ

(VOVWORLD) - ວັນທີ 24 ກຸມພາ, ພະມະຫາກະສັດ ມາເລເຊຍ Abdullah Sultan Ahmad Shah ໄດ້ຮັບຮອງເອົາໃບລາອອກຈາກຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad, ພ້ອມທັງບົ່ງຕົວທ່ານ Mahathir ເປັນນາຍົກລັດຖະມົນຕີກຳອຳນາດຊົ່ວຄາວ.

 ທ່ານ Mahathir ຈະສືບຕໍ່ຊີ້ນຳນຳພາລັດຖະບານ ມາເລເຊຍ ຈົນເຖິງເວລາປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ ມີນາຍົກລັດຖະມົນຕີຄົນໃໝ່ ແລະ ສ້າງຕັ້ງຄະນະລັດຖະບານ.

ພະມະຫາກະສັດ ມາເລເຊຍ ບົ່ງຕົວນາຍົກລັດຖະມົນຕີກຳອຳນາດຊົ່ວຄາວ - ảnh 1ທ່ານ Mahathir ຈະສືບຕໍ່ຊີ້ນຳນຳພາລັດຖະບານ ມາເລເຊຍ (ພາບ: AFP/TTXVN)

        ກ່ອນໜ້ານັ້ນ, ທ່ານ Mahathir ໄດ້ຍື່ນໃບລາອອກຈາກຕຳແໜ່ງນາຍົກລັດຖະມົນຕີເຖິງພະມະຫາກະສັດໃນຕອນບ່າຍວັນທີ 24 ກຸມພາ, ພ້ອມທັງກໍ່ລາອອກຈາກຕຳແໜ່ງປະທານພັກ Bersatu – ໂດຍທ່ານ Mahathir ເປັນຜູ້ກໍ່ຕັ້ງ ແລະ ນຳພາ.

ຕອບກັບ

ຂ່າວ/ບົດ​ອື່ນ