ພະລາຊີນີອັງກິດ ເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ສາຍພົວພັນຮ່ວມມືກັບຫວຽດນາມ
ເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນແຫ່ງລາຊະອານາຈັກອັງ ກິດ ແລະ ໄອແລນເໜືອ ຫງວຽນວັນຖາວ ເຂົ້າຍືນສານຕາຕັ້ງເຖິງ ພະລາຊີນີອັງກິດ Elizabeth II |
(vovworld)- ວັນທີ 17/2, ເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນແຫ່ງລາຊະອານາຈັກອັງກິດ ແລະ ໄອແລນເໜືອ ຫງວຽນວັນຖາວ ໄດ້ເຂົ້າຍືນສານຕາຕັ້ງເຖິງ ພະລາຊີນີອັງກິດ Elizabeth II . ທີ່ການຕ້ອນຮັບ ເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນແຫ່ງລາຊະອານາຈັກອັງກິດ ແລະ ໄອແລນເໜືອ ຫງວຽນວັນຖາວ, ພະລາຊີນີອັງກິດ Elizabeth II ໄດ້ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ສາຍພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ. ພະລາຊີນີອັງກິດ Elizabeth II ຍັງສະແດງການສະໜັບສະໜູນຢ່າງແຂງແຮງຕໍ່ບັນດາໂຄງການຮ່ວມມືລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ. ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນແຫ່ງລາຊະອານາຈັກອັງກິດ ແລະ ໄອແລນເໜືອ ຫງວຽນວັນຖາວ ກໍໄດ້ຢືນຢັນຄວາມມານະພະຍາຍາມຂອງຕົນໃນຖານະຕຳແໜ່ງເປັນເອກອັກຄະລັດຖະທູດ ເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດໃຫ້ດີຍິ່ງໆຂຶ້ນ.