ພະ​ລາ​ທິ​ການກອງ​ທັບ ຄວ​ນ​ສື​ບ​ຕໍ່​ປ່ຽນ​ແປງ​ໃໝ່, ສ້າງ​ຂະ​ແໜງ​ການ​ໃຫ້​ເປັນ​ກຳ​ລັງຫຼວງ, ທັນ​ສະ​ໄໝ

(VOVWORLD) -     ຕອນເຊົ້າວັນທີ 11 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂະແໜງພະລາທິການກອງທັບ (11 ກໍລະກົດ 1950 – 11 ກໍລະກົດ 2020) ແລະ ຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນໜຶ່ງໃຫ້ແກ່ກົມກອງ.
ພະ​ລາ​ທິ​ການກອງ​ທັບ ຄວ​ນ​ສື​ບ​ຕໍ່​ປ່ຽນ​ແປງ​ໃໝ່, ສ້າງ​ຂະ​ແໜງ​ການ​ໃຫ້​ເປັນ​ກຳ​ລັງຫຼວງ, ທັນ​ສະ​ໄໝ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ ມອບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນໜຶ່ງໃຫ້ແກ່ກົມກອງ (ພາບ:  VGP)

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ຜົນງານເຊິ່ງຂະແໜງພະລາທິການກອງທັບບັນລຸໄດ້ໃນໄລຍະຜ່ານມາ ເພື່ອປະກອບສ່ວນພ້ອມກັບທົ່ວປວງຊົນ, ທົ່ວກອງທັບຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່ໃນພາລະກິດຕໍ່ສູ້, ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ປະຕິບັດພັນທະສາກົນອັນສູງສົ່ງ.

        ກ້າວເຂົ້າສູ່ໄລຍະສ້າງສາ, ປົກປັກຮັກສາປະເທດຊາດ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່, ເພື່ອຮັບປະກັນຂະແໜງພະລາທິການກອງທັບໃນສະພາບການໃໝ່, ສ້າງຂະແໜງການໃຫ້ເປັນກຳລັງຫຼວງ ແລະ ທັນສະໄໝ, ປັບປຸງລະບົບພະລາທິການທົ່ວກອງທັບຢູ່ 3 ຂັ້ນໃຫ້ສົມບູນແບບຄື: ຍຸດທະສາດ, ບັ້ນຮົບ ແລະ ຍຸດທະວິທີ; ສ້າງທ່າສະໜາມພະລາທິການປະຊາຊົນຢ່າງມີປະສິດທິຜົນ ແລະ ໝັ້ນຄົງເຂັ້ມແຂງ, ຂະແໜງພະລາທິການກອງທັບຄວນສືບຕໍ່ສ້າງມາດຕະການປົກປ້ອງພະລາທິການ ແລະ ວິທີຈັດຕັ້ງພະລາທິການຢ່າງຕໍ່ເນື່ອງ, ທັນການເພື່ອຮັບປະກັນໃຫ້ທະຫານກຽມພ້ອມສູ້ຮົບໃນເງື່ອນໄຂທີ່ຄູ່ຕໍ່ສູ້ ນຳໃຊ້ອາວຸດເຕັກໂນໂລຢີສູງ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ.

ຕອບກັບ

ຂ່າວ/ບົດ​ອື່ນ