ພາກກາງ ຫວຽດນາມ ນອນໃນ top 10 ສະຖານທີ່ດູດດື່ມທີ່ສຸດຢູ່ ອາຊີ - ປາຊີຟິກ

(VOVWORLD) - ວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງ ອົດສະຕາລີ Lonely Planet ຫາກໍ່ປະກາດບັນຊີລາຍຊື່ 10 ສະຖານທີ່ທີ່ດູດດື່ມທີ່ສຸດຢູ່ ອາຊີ - ປາຊີຟິກ ປີ 2019. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ພາກກາງ ຫວຽດນາມ ຢືນອັນດັບທີ 6 ໃນຕາຕະລາງຈັດອັນດັບນີ້.

Lonely Planet  ໄດ້ເຈາະຈີ້ມບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ພາກກາງ ຫວຽດນາມ ຄື: ໂຮ້ຍອານ, ເຫວ້, ດ່າໜັງ. ບັນດາຜູ້ທີ່ນິຍົມຊົມຊອບການສ່ຽງໄພ, ພະຈົນໄພອາດຈະຄົ້ນຫາບັນດາຖ້ຳ, ແມ່ນ້ຳລຳເຊ ແລະ ປ່າດົງດິບຢູ່ປ່າສະຫງວນແຫ່ງຊາດ ຟອງຍາ-ແກ໋ບ່າງ ຂຶ້ນກັບແຂວງ     ກ໋ວາງບີ່ງ. ໄປຄຽງຄູ່ກັນນັ້ນ, ແຂກທ່ອງທ່ຽວກໍ່ສາມາດຮັບປະທານບັນດາເຍື່ອງອາຫານທະເລຢູ່ ດ່າໜັງ ກໍ່ຄືບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຢູ່ ເຫວ້ ຫຼື ໂຮ້ຍອານ.

        ຢືນອັນດັບໜຶ່ງໃນບັນຊີລາຍຊື່ຂອງ Lonely Planet ແມ່ນແມ່ນ້ຳ Margaret ແລະ ເຂດດິນແດນທາງທິດໃຕ້ ອົດສະຕາລີ. ເຂດ Shikoku ຂອງ ຍີ່ປຸ່ນ ຢືນອັນດັບທີ່ 2.

ຕອບກັບ

ຂ່າວ/ບົດ​ອື່ນ